ວັນສຸກ 23 ທັນວາ 2022
ຟໍເຕ ໄດ້ຮັບການຍອມຮັບໃນລະດັບພາກພື້ນໃຫ້ເປັນຜູ້ນຳດ້ານປະກັນໄພທົ່ວໄປແຫ່ງປີ.

ພະນົມເປນ: ຟໍເຕ ບໍລິສັດປະກັນໄພຊັ້ນນໍາໃນ ກຳປູເຈຍ ໄດ້ຮັບການຍອມຮັບໃນລະດັບພາກພື້ນໃຫ້ເປັນ 'ຜູ້ໃຫ້ປະກັນໄພສຸຂະພາບແຫ່ງປີໃນອາຊີປາຊີຟິກ' ໂດຍ GlobalHealth Asia Pacific ແລະ 'ຜູ້ນຳດ້ານປະກັນໄພທົ່ວໃນປະເທດ ກຳປູເຈຍ' ໂດຍ Insurance Asia. ຄໍາຫມັ້ນສັນຍາຂອງ ຟໍເຕ ຄືການນໍາເອົາການບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າໃນການສະໜອງ ການປົກປ້ອງທາງດ້ານການເງິນ ແລະ ການມອບຄວາມອຸ່ນໃຈໃຫ້ແກ່ລູກຄ້າ.

 

Insurance Asia ໄດ້ລວບລວມບັນດາບໍລິສັດປະກັນໄພຊັ້ນນໍາຂອງອາຊີ ແລະເພື່ອການສະໜອງ ຜະລິດຕະພັນ ແລະ ການບໍລິການທີ່ເປັນເລີດ. ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ມີ​ບໍລິສັດ​ປະກັນ​ໄພຫຼາຍກວ່າ 130 ​ແຫ່ງທີ່​ມາ​ຈາກ 30 ປະ​ເທດ ​ໄດ້​ຮັບ​ລາງວັນ​ອັນ​ສະຫງ່າ​ງາມ​ນີ້. ເພື່ອຈຸດປະສົງໃນການໃຫ້ກຽດແກ່ບໍລິສັດດັ່ງກ່າວທີ່ສາມາດກ້າວຜ່ານຄວາມທ້າທາຍຕ່າງໆ ແລະ ການຍົກຍ້ອງເຖິງຄວາມຄິດລິເລີ່ມໃນການສະໜອງຜະລິດຕະພັນທີ່ມີປະໂຫຍດຕໍ່ລູກຄ້າ, ຫຸ້ນສ່ວນ ແລະ ອຸດສາຫະກໍາປະກັນໄພ.

 

Global Health Asia-Pacific ແມ່ນໜຶ່ງໃນເວທີ ການທ່ອງທ່ຽວທາງການແພດ ທີ່ເຕີບໂຕໄວທີ່ສຸດໃນລະດັບພາກພື້ນ. ດ້ວຍການສະໜັບສະໜູນ ແລະ ການຊຸກຍູ້ຢ່າງຫຼວງຫຼາຍຈາກ ອຸດສາຫະກໍາການດູແລສຸຂະພາບ, ສື່ເຫຼົ່ານີ້ຈຶ່ງກາຍເປັນຜູ້ນໍາຕະຫຼາດ ແລະ ແຫຼ່ງຂໍ້ມູນຖືກສົ່ງຕໍ່ໄປຫາຄົນເຈັບປ່ວຍໃຫ້ສາມາດເຂົ້າເຖິງການດູແລໄດ້.

 

Insurance Asia ແລະ Global Health Asia-Pacific ທັງສອງສະຖາບັນນີ້ ໄດ້ຮັບການຍອມຮັບໃນທຸກຂະແໜງປະກັນໄພ ແລະ ຜູ້ທີ່ຊະນະໃນການຈັດອັນດັບ ກໍແມ່ນໄດ້ຖືກຄັດເລືອກໂດຍອີງໃສ່ເງື່ອນໄຂທີ່ປະກອບດ້ວຍ ນະວັດກໍາ, ຜົນສໍາເລັດ ແລະ ຍຸດທະສາດ.

 

ຕາງໜ້າບໍລິສັດ ຟໍເຕ ຜູ້ເຂົ້າຮ່ວມຮັບລາງວັນຄື ທ່ານ Suy Channtharong ຫົວໜ້າຝ່າຍອອກສັນຍາຂອງກຸ່ມບໍລິສັດ ກ່າວວ່າ, “ລາງວັນນີ້ມີຄວາມໝາຍຫຼາຍສຳລັບ ຟໍເຕ ໃນຖານະທີ່ເປັນອົງກອນທີ່ຄິດໄປຂ້າງໜ້າ ແລະ ເນັ້ນການເອົາຄົນເປັນຈຸດໃຈກາງຂອງທຸກສິ່ງທີ່ເຮົາເຮັດ, ລາງວັນນີ້ແມ່ນເປັນການຮັບຮູ້ເຖິງຄວາມພະຍາຍາມອັນໃຫຍ່ຫຼວງຂອງເພື່ອນຮ່ວມງານໃນທຸກລະດັບ ແລະ ຄວາມໄວ້ວາງໃຈຢ່າງຕໍ່ເນື່ອງຂອງລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ.”

 

 

ທ່ານ Youk Chamroeunrith, ຜູ້ອຳໜ່ວຍການກຸ່ມບໍລິສັດ ຟໍເຕ ກ່າວວ່າ “ພວກເຮົາພູມໃຈຫຼາຍກັບລາງວັນເຫຼົ່ານີ້." ຄົງຈະເປັນໄປບໍ່ໄດ້ຖ້າພະນັກງານຂອງພວກເຮົາບໍ່ໄດ້ມີຄວາມຊ່ຽວຊານ ແລະ ຄວາມຕັ້ງໃຈໃນການບໍລິການລູກຄ້າຂອງພວກເຮົາ. ພະນັກງານຂອງ ຟໍເຕ ທຸກຄົນ ມີພອນສະຫວັນຫຼາກຫຼາຍທີ່ມາຈາກພື້ນຖານ ແລະ ສັນຊາດທີ່ແຕກຕ່າງກັນ ດ້ວຍການຮ່ວມມືກັນໃນການເຮັດວຽກ ຈຶ່ງເຮັດໃຫ້ພວກເຮົາສາມາດເປັນຜູ້ນຳດ້ານປະກັນໄພ ຂອງ ກຳປູເຈຍ.'

 

ດ້ວຍປະສົບການຫຼາຍກວ່າ 20 ປີໃນການດຳເນີນທຸລະກິດປະກັນໄພ, ຟໍເຕ ໄດ້ພັດທະນາການຮ່ວມມືທີ່ເຂັ້ມແຂງກັບໂຮງໝໍ ແລະ ສູນການແພດ. ໃນປັດຈຸບັນ, ຟໍເຕ ໄດ້ເປັນຄູ່ຮ່ວມງານກັບໂຮງໝໍ ແລະ ສູນການແພດທົ່ວໂລກຫຼາຍກວ່າ 75,000 ແຫ່ງ.

 

ຟໍເຕ ໄດ້ສະໜອງຜະລິດຕະພັນປະກັນໄພທີ່ຫຼາກຫຼາຍເຊັ່ນ: ປະກັນໄພ ອຸປະຕິເຫດທາງດ້ານຮ່າງກາຍແບບເປັນກຸ່ມ, ປະກັນອັກຄີໄພ, ປະກັນໄພບ້ານ, ປະກັນໄພຊັບສິນ, ປະກັນໄພການຂົນສົ່ງ, ປະກັນໄພ ຄວາມສ່ຽງຕໍ່ການກໍ່ສ້າງ/ຜູ້ຮັບເໝົາກໍ່ສ້າງ, ປະກັນໄພການບິນ, ປະກັນໄພຍານພາຫະນະ, ປະກັນໄພສຸຂະພາບ, ປະກັນໄພຄວາມຮັບຜິດຊອບຕໍ່ສາທາລະນະ ແລະ ການປະກັນໄພອື່ນໆອີກຫຼາຍຢ່າງ. ນອກຈາກນີ້ ຟໍເຕ ຍັງສະໜອງຜະລິດຕະພັນປະກັນໄພຊີວິດທີ່ສົມບູນແບບລວມທັງ ປະກັນໄພຊີວິດເພື່ອການສຶກສາ, ປະກັນໄພຊີວິດແບບເປັນກຸ່ມ.

 

 

 

 

 

 

 

ບົດຄວາມທີ່ກ່ຽວຂ້ອງ
ບົດຄວາມທີ່ກ່ຽວຂ້ອງ