ໃຫ້ທ່ານພ້ອມບິນດ້ວຍຄວາມສະບາຍໃຈ

ປະກັນໄພການບິນ ແມ່ນມີຫຼາຍກວ່າການປະກັນໄພເຮືອບິນ, ຜູ້ໂດຍສານ ແລະ ລູກເຮືອໃນຖ້ຽວບິນ ຊຶ່ງຄຸ້ມຄອງເອົາ ທຸລະກິດຫຼາຍປະເພດທີ່ກ່ຽວຂ້ອງເຊັ່ນ: ສະຫນາມບິນ, ຜູ້ໃຫ້ບໍລິການສາຍການບິນ, ຜູ້ໃຫ້ບໍລິການການບິນທົ່ວໄປ, ຜູ້ໃຫ້ບໍລິການເຮລິຄອບເຕີ, ຜູ້ໃຫ້ບໍລິການເຮືອບິນບໍ່ມີຄົນຂັບ (drone) ແລະອື່ນໆ.

 

ປະກັນໄພການບິນຂອງ ຟໍເຕ ປະກອບມີ: ເຮືອບິນ ແລະ ຄວາມຮັບຜິດຊອບ, ຄວາມຮັບຜິດຊອບຂອງສະໜາມບິນ, ຄວາມຮັບຜິດຊອບທົ່ວໄປສໍາລັບຜູ້ຄວບຄຸມພາກພື້ນດິນ, ຄວາມຮັບຜິດຊອບຂອງສະຖານທີ່ສໍາລັບທຸລະກິດໃນສະຫນາມບິນ, ພ້ອມທັງການຄຸ້ມຄອງລໍາເຮືອບິນ ແລະ ຄວາມຮັບຜິດຊອບສໍາລັບ ເຮືອບິນບໍ່ມີຄົນຂັບ (drone) ແລະ ລະບົບການບິນບໍ່ມີຄົນຂັບ (UAS).

 

ທີມງານປະກັນໄພການບິນຂອງພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບ ນາຍຫນ້າຊັ້ນນໍາໃນ ລອດດອນ ເຊັ່ນ Lloyds ເພື່ອໃຫ້ທັນກັບກະແສນິຍົມຂອງໂລກໃນປະຈຸບັນ. ດ້ວຍເຫດນີ້, ເຮົາຈຶ່ງສາມາດຊ່ວຍໃຫ້ທ່ານໄດ້ຮັບການບໍລິການແບບຄົບວົງຈອນ ເພື່ອຕອບສະໜອງຕາມຄວາມຕ້ອງການ ແລະ ຂໍ້ກຳນົດທາງກົດໝາຍຂອງເຈົ້າໜ້າທີ່ການບິນ ເພື່ອໃຫ້ທ່ານພ້ອມອອກບິນດ້ວຍຄວາມໝັ້ນໃຈ. 

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ທີມງານ ແລະ ທະນາຍຄວາມທີ່ມີປະສົບການຂອງພວກເຮົາຈາກອຸດສາຫະກໍາການບິນ ແມ່ນໄດ້ຮັບການແຕ່ງຕັ້ງໄວ້ລ່ວງໜ້າ ຕັ້ງແຕ່ມື້ເຮັດການປະກັນໄພ ຊຶ່ງເຮັດໃຫ້ຂະບວນການຮຽກຮ້ອງສິນທົດແທນຄືນວ່ອງໄວຂຶ້ນ, ມີປະສິດທິພາບ ແລະ ເປັນມືອາຊີບຫຼາຍຂຶ້ນ.

 

ທ່ານພຽງແຕ່ຕ້ອງແຈ້ງໃຫ້ພວກເຮົາຮັບຮູ້ຢ່າງທັນທີ ແລະ ທີມງານຂອງພວກເຮົາຈະຕິດຕໍ່ກັບພະນັກງານແກ້ໄຂ ແລະ ທະນາຍຄວາມທີ່ຖືກແຕ່ງຕັ້ງທັນທີ.

 

ກະລຸນາຮັບຮູ້ໄວ້ວ່າ ຫ້າມຍອມຄວາມ ຫຼື ຍອມຮັບສັນຍາໃດໜຶ່ງ ໂດຍບໍ່ມີການເຫັນດີຈາກທາງບໍລິສັດຢ່າງເປັນລາຍລັກອັກສອນ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ