ປະກັນໄພຄວາມສ່ຽງທັງໝົດ/ການສ້າງຜູ້ຮັບເໝົາທັງໝົດ

ໃນນາມຜູ້ຮັບເໝົາກໍ່ສ້າງ ຫຼື ຜູ້ລົງທຶນ, ທຶນ ແລະ ຊັບສິນທີ່ລົງທຶນເຂົ້າໃນໂຄງການ ສາມາດສູນເສຍໄປກັບຄວາມສ່ຽງທີ່ບໍ່ຄາດຄິດ ຊຶ່ງເຮັດໃຫ້ເກີດຄວາມຊັກຊ້າ ແລະ ເຮັດໂຄງການບໍ່ສາມາດດຳເນີນຕໍ່ໄດ້.


ປະກັນໄພ ຄວາມສ່ຽງຕໍ່ການກໍ່ສ້າງ/ຜູ້ຮັບເໝົາກໍ່ສ້າງ ຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ການຄຸ້ມຄອງຄວາມສ່ຽງທັງໝົດ ເພື່ອປົກປ້ອງໂຄງການຂອງທ່ານໃນລະຫວ່າງໄລຍະການກໍ່ສ້າງ ຫຼື ໂຄງການກໍ່ສ້າງຕາມສັນຍາ.


ສັນຍາປະກັນໄພນີ້ສາມາດກຳນົດເອງໂດຍຜູ້ລົງທຶນ, ຜູ້ຮັບເໝົາກໍ່ສ້າງ ຫຼື ຜູ້ຮັບເໝົາຍ່ອຍ, ບໍ່ວ່າຈະຮ່ວມກັນ ຫຼື ແຍກຕ່າງຫາກ. ສັນຍາປະກັນໄພນີ້ ແມ່ນໃຫ້ການປົກປ້ອງທາງດ້ານການເງິນສໍາລັບ ຊັບສິນ ແລະ ບຸກຄົນທີ່ກ່ຽວຂ້ອງ ນັບຕັ້ງແຕ່ເວລາທີ່ວັດສະດຸກໍ່ສ້າງມາສົ່ງຢູ່ໃນສະຖານທີ່ ຈົນກວ່າໂຄງການຈະສໍາເລັດ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ໃຫ້ການຄຸ້ມຄອງຄວາມສ່ຽງທັງໝົດ ເພື່ອປົກປ້ອງໂຄງການຂອງທ່ານ ໃນລະຫວ່າງການກໍ່ສ້າງ ຫຼື ໄລຍະໂຄງການກໍ່ສ້າງຕາມສັນຍາ. ຕາມການຄຸ້ມກັນດັ່ງລຸ່ມນີ້:

ພາກທີ 1. ຊົດເຊີຍການສູນເສຍ ຫຼື ຄວາມເສຍຫາຍຕົວຈິງຂອງຊັບສິນທີ່ໄດ້ຮັບການປະກັນໄພ ຊຶ່ງເກີດຈາກສາເຫດທີ່ບໍ່ຄາດຄິດ ແລະ ເຫດການກະທັນຫັນອື່ນ ເວັ້ນເສຍແຕ່ໄດ້ລະບຸໄວ້ໃນຂໍ້ຍົກເວັ້ນສະເພາະ.
ພາກທີ 2. ຊົດເຊີຍຈຳນວນເງິນທັງໝົດ ຊຶ່ງຜູ້ໄດ້ຮັບການປະກັນໄພຕ້ອງຮັບຜິດຊອບຕາມກົດໝາຍຕໍ່ກັບຄ່າເສຍຫາຍໃນກໍລະນີ:
  1. ການ​ບາດ​ເຈັບ​ທາງ​ຮ່າງ​ກາຍຈາກ​ອຸ​ປະ​ຕິ​ເຫດ (ລວມ​ທັງ​ການ​ເສຍ​ຊີ​ວິດ ​ຫຼື ​ພະ​ຍາດ​) ກັບ ​ບຸກ​ຄົນ​ທີ​ສາມ
  2. ການສູນເສຍ ຫຼື ຄວາມເສຍຫາຍຈາກອຸ​ປະ​ຕິ​ເຫດຕໍ່ຊັບສິນຂອງບຸກຄົນທີສາມ ຊຶ່ງເກີດຂຶ້ນໃນໄລຍະເວລາຂອງການປະກັນໄພ ລວມທັງຄ່າໃຊ້ຈ່າຍຂອງຜູ້ຮ້ອງຂໍ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງຂໍສິນທົດແທນປະກັນໄພ

ໃນກໍລະນີເກີດເຫດການ ຫຼື ການຮຽກຮ້ອງຂໍສິນປະກັນໄພ, ກະລຸນາ:

  • ແຈ້ງ​ພວກ​ເຮົາ​​ທັນ​ທີ​ທາງໂທລະ​ສັບ​, ໂດຍ​ໃຫ້​ລາຍ​ລະ​ອຽດ​ຂອງ​ລັກສະນະ ​ແລະ​ ຂອບ​ເຂດ​ຂອງ​ການ​ສູນ​ເສຍ ​ຫຼື ​ຄວາມ​ເສຍ​ຫາຍ​.
  • ປະຕິບັດທຸກຂັ້ນຕອນທີ່ເປັນໄປໄດ້ ເພື່ອຫຼຸດຜ່ອນການສູນເສຍ ຫຼື ຄວາມເສຍຫາຍ.
  • ຮັກສາສ່ວນທີ່ຖືກກະທົບ ແລະ ເຮັດໃຫ້ຢູ່ສະພາບ ທີ່ສາມາດກວດກາຖ້າຈໍາເປັນ.
  • ແຈ້ງເຈົ້າໜ້າທີ່ຕຳຫຼວດ ກໍລະນີເສຍຫາຍ ຫຼື ເສຍຫາຍຍ້ອນຖືກລັກ ຫຼື ປຸ້ນຊັບ.
  • ສະໜອງຂໍ້ມູນ ແລະ ຫຼັກຖານເອກະສານທັງໝົດໃຫ້ກັບພວກເຮົາພາຍໃນ 14 ມື້ນັບຈາກເກີດເຫດການດັ່ງກ່າວ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ