ປະກັນໄພ ການຂົນສົ່ງທາງທະເລ

ການຂົນສົ່ງສິນຄ້າ ແມ່ນການຜະເຊີນໜ້າກັບໄພອັນຕະລາຍທີ່ບໍ່ສາມາດຄາດເດົາໄດ້ ແລະ ການປ່ຽນແປງຂອງຕະຫຼາດໄລຍະການເດີນທາງ ຈາກໂຮງງານໄປຫາປາຍທາງສຸດທ້າຍ, ລວມທັງເວລາທີ່ຕ້ອງຈອດຖ້າຢູ່ທ່າເຮືອ!

 

ຟໍເຕ ສາມາດໃຫ້ການຄຸ້ມຄອງທີ່ເໝາະສົມກັບຕ້ອງການ, ປະເພດຂອງສິນຄ້າ, ຈຸດໝາຍປາຍທາງ, ພ້ອມທັງ ຮູບແບບການຂົນສົ່ງທີ່ຕອບໂຈດກັບທຸລະກິດຂອງທ່ານ ທີມງານປະກັນໄພທີ່ມີປະສົບການຂອງພວກເຮົາ ເຂົ້າໃຈດີວ່າທຸລະກິດຂອງທ່ານມີເອກະລັກສະເພາະ.

 

ປະກັນໄພຂອງພວກເຮົາ ຈ່າຍຄ່າຊົດເຊີຍຕໍ່ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຈາກ ຂໍ້ຫຍຸ້ງຍາກຕ່າງໆໃນລະຫວ່າງການຂົນສົ່ງ ລວມທັງອັກຄີໄພ, ການລັກຊັບ, ການລະເບີດ, ເຮືອຕິດແຄມຝັ່ງ, ການຈອດເຮືອເກີນຂື້ນຝັ່ງ, ການຈົມລົງ, ການໂຍນສິ່ງຂອງອອກຈາກເຮືອ, ການປີ້້ນຂອງພາຫະນາຂົນສົ່ງ ແລະ ໄພພິບັດທາງທໍາມະຊາດເຊັ່ນ: ແຜ່ນດິນໄຫວ, ການລະເບີດຂອງພູເຂົາໄຟ, ຟ້າຜ່າ ແລະ ອື່ນໆ.

 

ດ້ວຍເຄືອຂ່າຍທົ່ວໂລກຂອງພວກເຮົາທີ່ມີຫຼາຍກວ່າ 260 ຕົວແທນ ມາຮອດປັດຈຸບັນ ເຮັດໃຫ້ພວກເຮົາແກ້ໄຂຢ່າງທັນເວລາຕໍ່ກັບການຮຽກຮ້ອງຂໍສິນທົດແທນ ເຊິ່ງກວມເອົາຫຼາຍກວ່າ 170 ປະເທດທົ່ວໂລກ. ຍ້ອນຄວາມເປັນມືອາຊີບ ແລະ ຄວາມຊໍານານຂອງເຄືອຂ່າຍຂອງພວກເຮົາ ບວກກັບປະສົບການດ້ານປະກັນໄພຂອງພວກເຮົາ ເຮັດໃຫ້ເຮົາສາມາດສະໜອງການຄຸ້ມຄອງປະກັນໄພທີ່ດີທີ່ສຸດ ແລະ ການບໍລິການຮຽກຮ້ອງຂໍສິນທົດແທນທີ່ໜ້າເຊື່ອຖືຫຼາຍທີ່ສຸດໃນຕະຫຼາດ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ການປະກັນໄພນີ້ ແມ່ນຄຸ້ມຄອງຄວາມສ່ຽງຂອງການສູນເສຍ, ຄວາມເສຍຫາຍ ຫຼື ຄ່າໃຊ້ຈ່າຍຕໍ່ສິນຄ້າໃນລະຫວ່າງການຂົນສົ່ງທາງທະເລ, ທາງອາກາດ, ລົດໄຟ ຫຼື ເທິງທ້ອງຖະໜົນ ຈາກສະຖານທີ່ໜື່ງໄປອີກບ່ອນໜຶ່ງ ຂອງທຸກບ່ອນໃນໂລກ. ການຄຸ້ມຄອງ ແມ່ນສົ່ງຜົນຕໍ່ "ການເດີນທາງ" ເຊັ່ນ: ຕັ້ງແຕ່ເວລາທີ່ສິນຄ້າອອກຈາກສະຖານທີ່ຂອງຜູ້ຂາຍ ຈົນເຖິງເວລາທີ່ສິນຄ້າມາຮອດສະຖານທີ່ຂອງຜູ້ຊື້. ປະກັນໄພນີ້ ສາມາດຊື້ໄດ້ໂດຍຜູ້ຊື້ ຫຼື ຜູ້ຂາຍ ຂຶ້ນກັບສັນຍາການຄ້າຂາຍລະຫວ່າງສອງຝ່າຍ.

ຄຸ້ມກັນຫຍັງແດ່?

ການປະກັນໄພສິນຄ້າທາງທະເລຂອງ ບໍລິສັດ ຟໍເຕ ແມ່ນຄຸ້ມຄອງສິນຄ້າຂອງທ່ານຕາມຂໍ້ກຳນົດຂອງສະຖາບັນທີ່ໃຊ້ໃນທົ່ວໂລກລວມທັງ Institute Cargo Clause A, Institute Cargo Clause B ແລະ Institute Cargo Clause C ສໍາລັບການເດີນທາງທະເລ ແລະ Institute Cargo Clause Air ສໍາລັບການຂົນສົ່ງທາງອາກາດ.

 

ນອກ​ຈາກນັ້ນ, ​ທ່ານ​ຍັງ​ສາ​ມາດ​ເລືອກ​ທີ່​ຈະ​ຂະ​ຫຍາຍການປະ​ກັນ​ໄພ​ຂອງ​ທ່ານ ໂດຍກວມເອົາການຄຸ້ມຄອງ​ຈາກ ​ສົງ​ຄາມ​ ແລະ ​ການ​ນັດປະ​ທ້ວງ​ແຮງ​ງານ​ສໍາ​ລັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ​.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງຂໍສິນທົດແທນ
  1. ໃນກໍລະນີທີ່ເກີດເຫດ ໃຫ້ແຈ້ງຕົວແທນການສໍາຫຼວດ ຕາມທີ່ໄດ້ລະບຸໄວ້ໃນສັນຍາປະກັນໄພໃນທັນທີ.
  2. ຮຽກຮ້ອງໄປທີ່ຜູ້ໃຫ້ບໍລິການຂົນສົ່ງ, ເຈົ້າໜ້າທ່າເຮືອ ຫຼື ຜູ້ຮັບມອບອື່ນໆ ສໍາລັບຕູ້ສິນຄ້າທີ່ເສຍໄປ.
  3. ບໍ່ໃຫ້ໃບຮັບເງິນເມື່ອສິນຄ້າຢູ່ໃນສະພາບທີ່ສົງໃສ.
  4. ເມື່ອການຈັດສົ່ງແມ່ນເຮັດໂດຍຕູ້ຄອນເທນເນີ, ໃຫ້ແນ່ໃຈວ່າຕູ້ຄອນເທນເນີ ແລະ ກຸນແຈລ໋ອກແມ່ນໄດ້ຖືກກວດສອບຢ່າງທັນທີໂດຍເຈົ້າຫນ້າທີ່ຮັບຜິດຊອບ.
  5. ຖ້າຕູ້ຄອນເທນເນີຂົນສົ່ງເສຍຫາຍ ຫຼື ກຸນແຈລ໋ອກແຕກຫັກ ຫຼື ເສຍຫາຍໄປ ຫຼື ມີກຸນແຈລ໋ອກອື່ນ ເວັ້ນເສຍແຕ່ໄດ້ລະບຸໄວ້ໃນເອກະສານການຂົນສົ່ງ, ໃຫ້ຄັດຕິດໃບຮັບເງິນຕາມການຂົນສົ່ງນັ້ນ ແລະ ເກັບຮັກສາກຸນແຈລ໋ອກທີ່ເປເພ ຫຼື ຜິດປົກກະຕິທັງໝົດໄວ້ ເພື່ອການກວດສອບໃນພາຍຫຼັງ.
  6. ປະຕິບັດການສໍາຫຼວດຢ່າງທັນທີໂດຍຜູ້ຂົນສົ່ງ ຫຼື ຜູ້ຕາງໜ້າຮັບມອບສິນຄ້າອື່ນ ຖ້າຄວາມເສຍຫາຍ ແລະ ການສູນເສຍ ຫາກຍັງບໍ່ທັນຈະແຈ້ງ ແລະ ຮຽກຮ້ອງຕໍ່ຜູ້ຂົນສົ່ງ ຫຼື ຜູ້ຮັບມອບສິນຄ້າອື່ນ ສໍາລັບການສູນເສຍຕາມຕົວຈິງ ຫຼື ຄວາມເສຍຫາຍທີ່ພົບເຫັນຢູ່ໃນການສໍາຫຼວດດັ່ງກ່າວ.
  7. ໃຫ້ແຈ້ງແກ່ຜູ້ຂົນສົ່ງ ຫຼື ຜູ້ຮັບມອບສິນຄ້າອື່ນ ເປັນລາຍລັກອັກສອນ ພາຍໃນ 3 ມື້ຂອງການຈັດສົ່ງ ຖ້າການສູນເສຍ ຫຼື ຄວາມເສຍຫາຍຫາກບໍ່ຈະແຈ້ງໃນເວລາສົ່ງ.

ສອບຖາມເພີ່ມເຕີມໄດ້ທີ່ເບີ (+856) 20 2888 5556 ຫຼື (+856) 20 5456 8656 ຫຼື ຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ info@fortelaos.com.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ