ປົກປ້ອງຕົວທ່ານເອງ ແລະ ພະນັກງານຂອງທ່ານ ຈາກຄ່າຮັກສາປິ່ນປົວ ແລະ ຄ່າຜ່າຕັດທີ່ສູງ.

ບໍ່ຕ້ອງກັງວົນກັບຄ່າໃຊ້ຈ່າຍໃນການປິ່ນປົວທີ່ບໍ່ຄາດຄິດ ສຳລັບຊີວິດຂອງທ່ານ ຫຼື ຄອບຄົວຂອງທ່ານ.


ປະກັນໄພ ສຸຂະພາບ H&S ໃຫ້ການຄຸ້ມຄອງຮອບດ້ານ ສຳລັບຄ່າໃຊ້ຈ່າຍທາງການແພດທີ່ເກີດຂຶ້ນ ບໍ່ວ່າຈະຕ້ອງນອນໂຮງໝໍ ຫຼື ບໍ່ໄດ້ນອນໂຮງໝໍ (ທາງເລືອກເສີມ) ເນື່ອງຈາກການເຈັບປ່ວຍ ຫຼື ອຸບັດຕິເຫດ. ປະກັນໄພ ສຸຂະພາບ H&S ສາມາດເລືອກແຜນການປິ່ນປົວແຂ້ວ, ສາຍຕາ, ການກວດສຸຂະພາບ ແລະ ການເກີດລູກ ພ້ອມທັງຄວາມສະດວກສະບາຍໃນການຈ່າຍບິນຄ່າປິ່ນປົວໂດຍການໃຊ້ບັດປະກັນສຸຂະພາບ ຢູ່ໃນເຄືອຂ່າຍຂອງ ໂຮງໝໍ ແລະ ຄລີນິກຂອງພວກເຮົາ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ຄ່າຫ້ອງ ແລະ ຄ່າອາຫານ (ສູງສຸດ 90 ມື້)
ການປິ່ນປົວແບບສຸກເສີນຈາກອຸປະຕິເຫດຕະຫຼອດ 24 ຊົ່ວໂມງ
ຄ່າໃຊ້ຈ່າຍກ່ອນເຂົ້າຮັບການປິ່ນປົວໃນໂຮງໝໍ (ພາຍໃນ 30 ມື້ກ່ອນເຂົ້າຮັບການປິ່ນປົວໃນໂຮງໝໍ)
ຄ່າໃຊ້ຈ່າຍຫຼັງຈາກອອກໂຮງໝໍ (ສູງສຸດ 60 ມື້)
ການປິ່ນປົວແຂ້ວ, ການປິ່ນປົວສາຍຕາ, ການກວດສຸຂະພາບ ແລະ ການເກີດລູກ (ທາງເລືອກເສີມ)
ຄຸ້ມຄອງຄ່າຜ່າຕັດ
ການໃຫ້ຄຳປຶກສາຈາກແພດຜູ້ຊຳນານ
ຄ່າໃຊ້ຈ່າຍສຳລັບຫ້ອງສຸກເສີນ
ຄ່າຜ່າຕັດ
ປະກັນໄພນີ້ຄຸ້ມຄອງຫຍັງແດ່?

ຄວາມສະດວກສະບາຍຂອງຄືປັດໄຈຫຼັກທີ່ເຮົາໃສ່ໃຈເປັນອັນດັບຕົ້ນໆ. ປະກັນໄພນີ້ຖືກອອກແບບມາສໍາລັບທ່ານ ແລະ ພະນັກງານຂອງທ່ານ ເພື່ອຄຸ້ມຄອງ ຄ່າໃຊ້ຈ່າຍໃນໂຮງຫມໍທັງໝົດ ເມື່ອທ່ານທີ່ຕ້ອງເຂົ້າຮັກສາປິ່ນປົວໃນໂຮງຫມໍເນື່ອງຈາກການເຈັບປ່ວຍ ຫຼື ອຸປະຕິເຫດ.ນອກຈາກນັ້ນ, ທ່ານຍັງໄດ້ຮັບຜົນປະໂຫຍດ ຈາກເຄືອຂ່າຍໂຮງຫມໍຊັ້ນນໍາ ຂອງພວກເຮົາ ສໍາລັບການບໍລິການດ້ານສຸຂະພາບທີ່ດີທີ່ສຸດ.

 

  • ຄວາມສະດວກສະບາຍໃນການເຂົ້າເຖິງໂຮງຫມໍ - ຮັບການປິ່ນປົວໃນໂຮງຫມໍເຄື່ອຂ່າຍຂອງເຮົາດ້ວຍບັດປະກັນສຸຂະພາບ ໂດຍບໍ່ຈໍາເປັນຕ້ອງຈ່າຍເງິນສົດລ່ວງຫນ້າ.
  • ເງິນອຸດໜູນປະຈຳວັນ ຖ້າເຂົ້າໂຮງໝໍລັດຖະບານ.
  • ການຄຸ້ມຄອງການປິ່ນປົວແຂ້ວ - ພວກເຮົາຍັງໃຫ້ການດູແລແຂ້ວທີ່ເປັນຜົນມາຈາກການບາດເຈັບ ຫຼື ອຸປະຕິເຫດ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງຂໍສິນທົດແທນ

ທ່ານຕ້ອງການຮູ້ຂັ້ນຕອນການຂໍສິນທົດແທນຄືນແມ່ນບໍ່? ມີຫຼາຍວິທີທີ່ທ່ານສາມາດຮຽກຮ້ອງຄ່າຊົດເຊີຍ ຂຶ້ນກັບວ່າທ່ານໄດ້ຮັບການປິ່ນປົວຈາກ.

 

ກ) ໂຮງໝໍໃນເຄືອຂ່າຍຂອງພວກເຮົາ

ຂ) ໂຮງໝໍໃນເຄືອຂ່າຍປະກັນສັງຄົມ

ຄ) ໂຮງໝໍອື່ນທີ່ມີໃບອະນຸຍາດ ແຕ່ບໍ່ແມ່ນໂຮງໝໍໃນເຄືອຂ່າຍຂອງພວກເຮົາ.

 

ດາວໂຫລດແບບຟອມການຮຽກຮ້ອງສິນທົດແທນຄືນຂອງພວກເຮົາ ແລະ ກວດເບິ່ງຂັ້ນຕອນການຮຽກຮ້ອງຂອງພວກເຮົາສໍາລັບຄໍາແນະນໍາທີ່ງ່າຍ ແລະ ກົງໄປກົງມາ ກ່ຽວກັບວິທີການຮຽກຮ້ອງ, ຂໍ້ມູນໃດທີ່ພວກເຮົາຕ້ອງການຈາກທ່ານ ແລະ ເພື່ອສຶກສາກ່ຽວກັບຂັ້ນຕອນການແກ້ໄຂການຮຽກຮ້ອງສິນປະກັນໄພຂອງພວກເຮົາ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ