ປົກປ້ອງທຸລະກິດຂອງທ່ານໄດ້ໃນມື້ນີ້

ໃນໂລກປັດຈຸບັນນີ້, ທຸລະກິດຂະຫນາດໃຫຍ່ ແລະ ຂະຫນາດນ້ອຍ ແມ່ນອີງໃສ່ອຸປະກອນເອເລັກໂຕຣນິກສໍາລັບການດໍາເນີນງານປະຈໍາວັນ ແລະ ການຂະຫຍາຍຕົວ. ໃນຂະນະທີ່ຄວາມເສຍຫາຍທີ່ສຳຄັນແມ່ນຄວາມສ່ຽງທີ່ແທ້ຈິງ, ທ່ານສາມາດຮູ້ສຶກປອດໄພ ທີ່ທ່ານສາມາດເອົາຊະນະ ແລະ ກູ້ຄືນການສູນເສຍທີ່ເກີດຂື້ນມາໄດ້ຢ່າງງ່າຍດາຍ ດ້ວຍການປະກັນໄພຄວາມສ່ຽງຕໍ່ອຸປະກອນເອເລັກໂຕຣນິກ ຂອງ ບໍລິສັດ ຟໍເຕ. ປະກັນໄພຮອບດ້ານແມ່ນຖືກອອກແບບມາເພື່ອຄຸ້ມຄອງເຄື່ອງຈັກ ແລະ ອຸປະກອນເອເລັກໂຕຣນິກທຸກປະເພດສໍາລັບອຸດສາຫະກໍາຕ່າງໆເຊັ່ນ ໄອທີ, ໂທລະຄົມ, ທະນາຄານ, ໂຮງຫມໍ, ແລະ ອື່ນໆ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ຈາກຄວາມເສຍຫາຍທີ່ສຳຄັນຕໍ່ກັບອຸປະກອນຂອງທ່ານ ຈົນເຖິງຄ່າໃຊ້ຈ່າຍຂອງການເຮັດວຽກເພີ່ມຕື່ມ ເນື່ອງຈາກການຢຸດສະຫງັກ, ພວກເຮົາຈະໃຫ້ການຄຸ້ມຄອງທ່ານດ້ວຍລາຍການປະກັນໄພຮອບດ້ານດັ່ງນີ້:

ຄວາມເສຍຫາຍຂອງວັດຖຸ

ຄຸ້ມຄອງການສູນເສຍ ຫຼື ຄວາມເສຍຫາຍຕົວຈິງທີ່ບໍ່ໄດ້ຄາດຄິດ ແລະ ກະທັນຫັນ ຕໍ່ກັບເຄື່ອງຈັກ ແລະ ອຸປະກອນເອເລັກໂຕຣນິກ ເນື່ອງຈາກສາເຫດໃດໜຶ່ງທີ່ບໍ່ນອນຢູ່ໃນຂໍ້ຍົກເວັ້ນຂອງສັນຍາປະກັນໄພດັ່ງກ່າວ, ໂດຍຜ່ານຄ່າໃຊ້ຈ່າຍໃນການສ້ອມແປງ ຫຼື ການປ່ຽນແທນຂອງເຄື່ອງຈັກ ແລະ ອຸປະກອນທີ່ເສຍຫາຍ.

ສື່ຂໍ້ມູນພາຍນອກ

ຄຸ້ມຄອງການສູນເສຍ ຫຼື ຄວາມເສຍຫາຍຕົວຈິງທີ່ບໍ່ຄາດຄິດ ແລະ ກະທັນຫັນ ຕໍ່ກັບສື່ຂໍ້ມູນພາຍນອກ (ລວມທັງຂໍ້ມູນທີ່ເກັບໄວ້ພາຍໃນ), ໃນຂະນະທີ່ເກັບຮັກສາໄວ້ໃນສະຖານທີ່ໄດ້ຮັບການປະກັນໄພ. ຄ່າໃຊ້ຈ່າຍໃນການສ້ອມແປງ ຫຼື ການປ່ຽນແທນຂອງສື່ຂໍ້ມູນທີ່ເສຍຫາຍ ແລະ ຄ່າໃຊ້ຈ່າຍໃນການຜະລິດຄືນຂໍ້ມູນທີ່ສູນເສຍໄປ.

ການເພີ່ມຂຶ້ນຂອງຄ່າໃຊ້ຈ່າຍໃນການເຮັດວຽກ

ຖ້າເຄື່ອງຈັກ ແລະ ອຸປະກອນໄດ້ຮັບການສູນເສຍ ຫຼື ເກີດຄວາມເສຍຫາຍ ແລະ ເຮັດໃຫ້ເກີດການຢຸດສະຫງັກ ການດໍາເນີນງານຂອງອຸປະກອນໃນການປຸງແຕ່ງຂໍ້ມູນພາຍນອກ (EDP), ພວກເຮົາຈະຈ່າຍຄ່າຊົດເຊີຍເພີ່ມເຕີມໃດໜຶ່ງທີ່ເກີດຂຶ້ນສໍາລັບການນໍາໃຊ້ອຸປະກອນ EDP ສຳຮອງໄວ້ສໍາລັບ 12 ເດືອນ.

ອຸປະກອນອີເລັກໂທຣນິກຕໍ່ໄປນີ້ສາມາດຮັບການຄຸ້ມຄອງໄດ້:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້ເພື່ອຮັບປະກັນໃຫ້ການຮ້ອງຂໍສິນທົດແທນຄືນສຳເລັດ:

  • ແຈ້ງ​ຫາ​ພວກ​ເຮົາ​ທາງ​ໂທລະ​ສັບທັນ​ທີ​​ ໂດຍ​ໃຫ້​ລາຍ​ລະ​ອຽດ​ຂອງ​ລັກ​ສະ​ນະ ​ແລະ​ ຂອບ​ເຂດ​ຂອງ​ການ​ສູນ​ເສຍ ​ຫຼື ​ຄວາມ​ເສຍ​ຫາຍ​
  • ປະຕິບັດທຸກຂັ້ນຕອນທີ່ເປັນໄປໄດ້ເພື່ອຫຼຸດຜ່ອນການສູນເສຍ ຫຼື ຄວາມເສຍຫາຍ
  • ຮັກສາພາກສ່ວນທີ່ໄດ້ຮັບຜົນກະທົບ ແລະ ກຽມພ້ອມສໍາລັບການກວດກາ ຖ້າຕ້ອງການ
  • ແຈ້ງຕຳຫຼວດໃນກໍລະນີສູນເສຍ ຫຼື ເສຍຫາຍຍ້ອນການລັກຊັບ ຫຼື ການປຸ້ນຈີ້
  • ສະໜອງຂໍ້ມູນ ແລະຫຼັກຖານເອກະສານທັງໝົດໃຫ້ກັບພວກເຮົາພາຍໃນ 14 ມື້ ນັບຈາກເກີດເຫດການດັ່ງກ່າວ.

ສຳລັບຂໍ້ມູນເພີ່ມເຕີມ ຕິດຕໍ່ພວກເຮົາໄດ້ທີ່ເບີ (+856) 20 2888 5556 ຫຼື (+856) 20 5456 8656 ຫຼື ຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ info@fortelaos.com.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ