ປົກປ້ອງທຸລະກິດຂອງທ່ານໄດ້ແລ້ວໃນມື້ນີ້.

ຖ້າທ່ານເປັນເຈົ້າຂອງໂຮງງານ ແລະ ເຄື່ອງຈັກໄອນ້ຳ, ຖັງອັດຄວາມດັນເປັນສ່ວນໜຶ່ງຂອງການດຳເນີນທຸລະກິດປະຈຳວັນຂອງທ່ານ.

 

ດັ່ງນັ້ນ ເປັນສິ່ງສໍາຄັນທີ່ທ່ານ ແລະ ພະນັກງານຕ້ອງໄດ້ຮັບການຄຸ້ມຄອງຄວາມສ່ຽງຕໍ່ການລະເບີດ ຫຼື ການຫຍຸບໂຕລົງ ແລະ ຄວາມສ່ຽງດ້ານຄວາມຮັບຜິດຊອບຂອງບຸກຄົນທີສາມຈາກເຫດການດັ່ງກ່າວ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656
ປະກັນໄພ ໝໍ້ອາຍນ້ຳ ແລະ ຖັງຄວາມດັນ ຂອງ ຟໍເຕ ໃຫ້ການປົກປ້ອງທາງດ້ານການເງິນ ໃນກໍລະນີຂອງການລະເບີດແລະ/ຫຼື ການຫຍຸບໂຕລົງ ຂອງໝໍ້ອາຍນ້ຳ ແລະ ຖັງຄວາມດັນ ລວມເຖິງ:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນກໍລະນີການລະເບີດ ຫຼື ຍຸບໂຕລົງ, ກະລຸນາ:

  • ຮັກສາຫຼັກຖານຂອງຄວາມເສຍຫາຍສໍາລັບການກວດກາຂອງພວກເຮົາ
  • ຄຸ້ມກັນການສ້ອມແປງສະເພາະລາຍການທີ່ເສຍຫາຍຕາມການຢືນຢັນເປັນລາຍລັກອັກສອນຂອງພວກເຮົາເທົ່ານັ້ນ
  • ຫ້າມບໍ່ໃຫ້ຍອມຮັບຄວາມຮັບຜິດຊອບຕໍ່ບຸກຄົນທີສາມ ຫຼື ເຮັດການສະເຫນີ ຫຼື ສັນຍາ ຫຼື ການຈ່າຍເງິນໃດໆໂດຍບໍ່ມີການຕົກລົງເປັນລາຍລັກອັກສອນຈາກພວກເຮົາ
  • ໃຫ້ຂໍ້ມູນຄົບຖ້ວນ ແລະ ໃຫ້ການຊ່ວຍເຫຼືອແກ່ພວກເຮົາ ເນື່ອງຈາກພວກເຮົາອາດຈະຕ້ອງການຂໍ້ມູນສຳລັບການດໍາເນີນຄະດີ, ຮ້ອງຟ້ອງ ຫຼື ການແກ້ໄຂການຮຽກຮ້ອງສິນປະກັນໄພໃດໜຶ່ງ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ