ປົກປ້ອງທຸລະກິດຂອງທ່ານໃນມື້ນີ້

ບໍ່ຕ້ອງປ່ອຍໃຫ້ອຸປະຕິເຫດໃນການເຮັດວຽກ, ການປະທ້ວງ, ການຂວໍ້າຂອງວັດຖຸ, ອັກຄີໄພ, ການລັກຊັບ, ແລະ ໄພພິບັດທາງທໍາມະຊາດ ເຊັ່ນ: ແຜ່ນດິນໄຫວ ແລະ ນ້ຳຖ້ວມ ຊຶ່ງເຮັດໃຫ້ທຸລະກິດທີ່ກຳລັງຂະຫຍາຍໂຕຂອງທ່ານຢຸດສະຫງັກ.

 

ໂຮງງານ ແລະ ເຄື່ອງຈັກທີ່ເປັນຂອງຜູ້ຮັບເໝົາ ແລະ ຖືກນຳໃຊ້ໃນສະຖານທີ່ກໍ່ສ້າງ ຫຼື ກໍ່ໂຄງສ້າງ ແມ່ນມີຄວາມສ່ຽງຫຼາຍຢ່າງ. ສັນຍາປະກັນໄພນີ້ແມ່ນໃຫ້ການຄຸ້ມຄອງຮອບດ້ານສໍາລັບອຸປະກອນ ແລະ ເຄື່ອງຈັກດັ່ງກ່າວໃນສະຖານທີ່ດຳເນີນງານກໍ່ສ້າງ, ໃນເວລາຢຸດພັກ ຫຼື ຖືກເຄື່ອນຍ້າຍພາຍໃນສະຖານທີ່. ການຄຸ້ມຄອງແມ່ນຈະປົກປ້ອງຄວາມສ່ຽງທັງໝົດຂອງການສູນເສຍ ຫຼື ຄວາມເສຍຫາຍຕົວຈິງ ເວັ້ນເສຍແຕ່ມີຂໍ້ຍົກເວັ້ນສະເພາະ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656
ໃຫ້ການຄຸ້ມຄອງຫຍັງແດ່?

ສັນຍາ​​ນີ້ແມ່ນ ປະ​ກັນ​ໄພ​ຮອບດ້ານສໍາ​ລັບ ປະກັນໄພເຄື່ອງມືເຄື່ອງຈັກຂອງຜູ້ຮັບເໝົາກໍ່ສ້າງ ຊຶ່ງ​ນໍາ​ໃຊ້​ຢູ່​ໃນ​ສະ​ຖານ​ທີ່​ໂຄງ​ການ​. ສັນຍາປະກັນໄພດັ່ງກ່າວ ຈະໃຫ້ຄ່າຊົດເຊີຍ ເມື່ອທ່ານມີການສູນເສຍ ຫຼື ຄວາມເສຍຫາຍທີ່ບໍ່ໄດ້ຄາດຄິດ ແລະ ກະທັນຫັນຕໍ່ກັບໂຮງງານ, ເຄື່ອງຈັກ ແລະ ອຸປະກອນຕ່າງໆ ຈາກສາເຫດພາຍນອກອື່ນໆ ຍົກເວັ້ນສາເຫດທີ່ບໍ່ໄດ້ກຳນົດໃນສັນຍາ.

 

ຕົວຢ່າງຂອງໂຮງງານ ແລະ ເຄື່ອງມີເຄື່ອງຈັກທີ່ສາມາດ ເຮັດປະກັນໄພພາຍໃຕ້ສັນຍາປະກັນໄພນີ້:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນກໍລະນີເກີດເຫດການໃດໜຶ່ງ ຫຼືການຮຽກຮ້ອງສິນໄໝປະກັນໄພ, ກະລຸນາ:

  • ແຈ້ງ​ໃຫ້​ພວກ​ເຮົາ​ທາງ​ໂທລະ​ສັບທັນທີ​ ໂດຍ​ໃຫ້​ລາຍ​ລະ​ອຽດ​ຂອງ​ລັກສະນະ ​ແລະ ​ຂອບ​ເຂດ​ຂອງ​ການ​ສູນ​ເສຍ ​ຫຼື​ຄວາມ​ເສຍ​ຫາຍ​
  • ປະຕິບັດທຸກຂັ້ນຕອນທີ່ເປັນໄປໄດ້ເພື່ອຫຼຸດຜ່ອນການສູນເສຍຫຼືຄວາມເສຍຫາຍ
  • ຮັກສາຊິ້ນສ່ວນທີ່ຖືກກະທົບ ແລະ ເຮັດໃຫ້ສະພາບ ທີ່ສາມາດກວດກາໄດ້ຖ້າຈໍາເປັນ
  • ແຈ້ງເຈົ້າໜ້າທີ່ຕຳຫຼວດ ກໍລະນີເສຍຫາຍ ຫຼື ເສຍຫາຍຍ້ອນຖືກລັກຊັບ ຫຼື ປຸ້ນຊັບ
  • ສະໜອງຂໍ້ມູນ ແລະຫຼັກຖານເອກະສານທັງໝົດໃຫ້ກັບພວກເຮົາພາຍໃນ 14 ມື້ນັບຈາກເກີດເຫດການດັ່ງກ່າວ

ສຳລັບຂໍ້ມູນເພີ່ມເຕີມ ຕິດຕໍ່ພວກເຮົາໄດ້ທີ່ເບີ (+856) 20 2888 5556 ຫຼື (+856) 20 5456 8656 ຫຼື ຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ info@fortelaos.com.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ