ປະກັນໄພສຸຂະພາບລະຫວ່າງປະເທດສຳລັບພະນັກງານຂອງທ່ານ

ປະກັນໄພສຸຂະພາບ ຟິກທຣີ ບລູ ມອບການປົກປ້ອງແບບຮອບດ້ານສໍາລັບທີມງານ ແລະ ຜູ້ຊ່ຽວຊານຂອງທ່ານໃນທຸກບ່ອນທົ່ວໂລກ.


ຖ້າທ່ານກຳລັງຊອກຫາ ປະກັນໄພສຸຂະພາບລະຫວ່າງປະເທດສໍາລັບຕົວທ່ານເອງ ຫຼື ພະນັກງານລະດັບບໍລິຫານ ຫຼື ພະນັກງານທົ່ວໄປຂອງທ່ານ ຟິກທຣີ ບລູ ເປັນຄຳຕອບທີ່ສາມາດສະໜອງຕາມຄວາມຕ້ອງການຂອງທ່ານ.


ດ້ວຍປະກັນສຸຂະພາບ ຟິກທຣີ ບລູ ຈະເຮັດໃຫ້ທ່ານ ແລະ ຄອບຄົວ ເຂົ້າເຖິງເຄືອຂ່າຍໂຮງໝໍລະດັບສາກົນ ທັງໃນການຮັກສາປິ່ນປົວ ແລະ ສິດທິຜົນປະໂຫຍດຕ່າງໆອີກຫຼາຍຢ່າງ ເພື່ອການປົກປ້ອງຕົວທ່ານ ແລະ ບໍລິສັດຂອງທ່ານຈາກ ຄ່າຮັກສາປິ່ນປົວ ແລະ ຄ່າແພດໝໍທີ່ລາຄາສູງ ດ້ວຍການອະນຸມັດໄວທີ່ວ່ອງໄວສໍາລັບການສະຫມັກ ແລະ ການຊຳລະສິນທົດແທນຄືນ ເພື່ອໃຫ້ຊີວິດຂອງທ່ານສະດວກສະບາຍຂຶ້ນ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ທ່ານກຳລັງຊອກຫາປະກັນສຸຂະພາບສຳລັບພະນັກງານຂອງທ່ານໃນປະເທດລາວແມ່ນບໍ່? ປະກັນສຸຂະພາບ ຟິກທຣີ ບລູ ເໝາະສຳລັບພະນັກງານຕ່າງປະເທດ ຫຼື ຜູ້ຊ່ຽວຊານສະເພາະທີ່ອາໄສຢູ່ໃນ ສປປ ລາວ ດ້ວຍລາຄາທີ່ຄຸ້ມຄ່າ ແລະ ເໝາະສົມກັບຄວາມຕ້ອງການຂອງທ່ານ.

ປະກັນສຸຂະພາບ ຟິກທຣີ ບລູ ໃຫ້ສິດ ແລະ ຜົນປະໂຫຍດຫຼາຍຢ່າງແກ່ລູກຄ້າເຊັ່ນ:

ອະນຸມັດໄວວ່ອງໄວສໍາລັບການຊຳລະສິນປະກັນໄພ

ປະກັນໄພສຸຂະພາບແບບ ຟິກທຣີ ບລູ ໄດ້ຮັບຄວາມນິຍົມໃນປະເທດລາວ ຊຶ່ງຮັບປະກັນວ່າ ການສະໜັກປະກັນສຸຂະພາບ ແລະ ການຊຳລະສິນປະກັນໄພ ແມ່ນວ່ອງໄວ ແລະ ສະດວກ.

ລາຄາປະກັນໄພທີ່ເໝາະສົມ

ສາມາດຮັບຜົນປະໂຫຍດພິເສດ ໃນລາຄາຕໍ່າສຸດ USD 416 ຕໍ່ມື້ສໍາລັບຜູ້ໃຫຍ່ ແລະ USD 311 ຕໍ່ມື້ສໍາລັບເດັກນ້ອຍທີ່ມີອາຍຸຕ່ໍາກວ່າ 19 ປີ.

ຄຸ້ມຄອງທ່ານໃນທຸກທີ່ທົ່ວໂລກ

ສາມາດຮັບການຄຸ້ມຄອງໄດ້ທຸກ​ບ່ອນ​ທີ່​ທ່ານ​ຢູ່​ໃນ​ໂລກ​ ບໍ່​ວ່າ​ຈະ​ຢູ່​ບ່ອນ​ເຮັດ​ວຽກ​, ຢູ່ເຮືອນ​ ຫຼື​ ການອອກໄປທ່ອງທຽວ ຕະຫຼອດ 24 ຊົ່ວ​ໂມງ​ຕໍ່​ມື້ ​ແລະ 365 ມື້​ຕໍ່​ປີ​, ທຸກ​ຄັ້ງ​ທີ່​ທ່ານ​ຕ້ອງ​ການ​.

ການເຄື່ອນຍ້າຍທາງການແພດແບບສຸກເສີນ

ການປະກັນສຸຂະພາບແບບ ຟິກທຣີ ບລູ ຍັງກວມເອົາຄ່າໃຊ້ຈ່າຍໃນການເຄື່ອນຍ້າຍ ແລະ ການສົ່ງກັບຄືນໄປຫາສະຖານທີ່ທາງການແພດທີ່ໃກ້ທີ່ສຸດ, ລວມທັງຄ່າເດີນທາງສໍາລັບການບໍລິການຊ່ວຍເຫຼືອ ເພື່ອທ່ານສາມາດໄດ້ຮັບການປິ່ນປົວ ແລະ ການຊ່ວຍເຫຼືອຕາມຄວາມຕ້ອງການຂອງທ່ານ.

ການປິ່ນປົວສຳລັບຜູ້ປ່ວຍນອກ (ກໍລະນີທີ່ບໍ່ໄດ້ນອນໂຮງໝໍ)

ພວກເຮົາຍັງຄຸ້ມຄອງທ່ານສຳລັບການປິ່ນປົວໃນກໍລະນີທີ່ບໍ່ໄດ້ນອນໂຮງໝໍ (ຜູ້ປ່ວຍນອກ).


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ກະລຸນາຕິດຕໍ່ສາຍດ່ວນທາງການແພດຂອງພວກເຮົາໄດ້ຕະຫຼອດ 24 ຊົ່ວໂມງ ຕາມເບີຕິດຕໍ່ທີ່ໄດ້ສະແດງຢູ່ໃນບັດສະມາຊິກຂອງທ່ານ. ທີມງານຂອງພວກເຮົາຈະຊ່ວຍປະສານງານໃນການເຂົ້າໂຮງໝໍ, ການຂົນສົ່ງຄົນເຈັບ ແລະ ການເຄື່ອນຍ້າຍທາງອາກາດຕາມຄວາມຈຳເປັນໃຫ້ແກ່ທ່ານ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ