ປົກປ້ອງທຸລະກິດຂອງທ່ານໃນມື້ນີ້

ປະກັນໄພສຳລັບເງິນຂອງ ຟໍເຕ ປົກປ້ອງທຸລະກິດທີ່ດຳເນີນງານດ້ວຍເງິນສົດເປັນຈຳນວນຫຼາຍໃນແຕ່ລະມື້. ບໍ່ວ່າເຈົ້າເປັນຜູ້ໃຫ້ບໍລິການເງິນສົດແບບມືອາຊີບທີ່ເຄື່ອນຍ້າຍເງິນສົດ ຫຼື ສະຖາບັນການເງິນທີ່ຈັດການກັບເງິນ ຫຼື ເງິນສົດຢູ່ໃນເຄົາເຕີ, ຕູ້ນິລະໄພ ຫຼື ຫ້ອງເກັບເງິນ. ເຊິ່ງຄວາມສ່ຽງທີ່ເປັນກັງວົນທີ່ສຸດສຳລັບທຸລະກິດນີ້ຄື ການປຸ້ນຊັບ ແລະ ການລັກຊັບ.

 

ເຮົາຕ້ອງການສະໜອງຄວາມອຸ່ນໃຈໃຫ້ແກ່ທ່ານ ແລະ ທຸລະກິດຂອງທ່ານດ້ວຍຜະລິດຕະພັນທີ່ຄຸ້ມຄອງເງິນສົດ ເພື່ອໃຫ້ທ່ານໄດ້ໝັ້ນໃຈວ່າເງິນສົດຂອງທ່ານປອດໄພ ບໍ່ວ່າຈະ​ຢູ່​ໃນ​ການ​ເຄື່ອນຍ້າຍ​ ຫຼື​ ຢູ່​ໃນ​ຕູ້​ນິ​ລະ​ໄພ, ຫ້ອງ​ເກັບເງິນ ​ແລະ ​ຫ້ອງທີ່ປອດໄພ.

ປົກປ້ອງທຸລະກິດຂອງທ່ານ ໂດຍການຂໍຄຳປຶກສາກັບຜູ້ຊ່ຽວຊານຂອງພວກເຮົາທີ່ເບີ (+856) 20 2888 5556 ຫຼື (+856) 20 5456
ປະກັນໄພສຳລັບເງິນຄຸ້ມຄອງຫຍັງແດ່?

ປະກັນໄພເງິນ ແມ່ນຄຸ້ມຄອງການສູນເສຍເງິນ (ເຊັ່ນ: ເງິນສົດ, ພັນທະບັດ, ແຊັກ, ໃບສັ່ງເງິນທາງໄປສະນີ, ພັນທະບັດຂອງລັດ, ສະແຕມໄປສະນີ ແລະ ລາຍຮັບທີ່ບໍ່ໄດ້ໃຊ້) ໂດຍສາເຫດທີ່ບໍ່ໄດ້ຖືກຍົກເວັ້ນໂດຍສະເພາະໃນຂໍ້ຍົກເວັ້ນຂອງປະກັນໄພດັ່ງກ່າວ ຕາມແຕ່ລະກໍລະນີດັ່ງນີ້:

 

  1. ການຂົນສົ່ງ - ເງິນທີ່ເຄື່ອນຍ້າຍໄປ ແລະ ຈາກທະນາຄານ ດຳເນິນການໂດຍຜູ້ເອົາປະກັນໄພ ຫຼື ພະນັກງານ ຫຼື ຜູ້ໃຫ້ບໍລິການດ້ານການເງິນມືອາຊີບ.
  2. ສະຖານທີ່ - ເງິນໃນສະຖານທີ່ເວລາເຮັດວຽກປົກກະຕິຂອງຜູ້ເອົາປະກັນໄພ.
  3. ເງິນຢູ່ໃນຫ້ອງທີ່ລັອກຢ່າງປອດໄພ ຫຼື ແໜ້ນໜາ - ເງິນຢູ່ໃນສະຖານທີ່ນອກເວລາເຮັດວຽກປົກກະຕິຂອງຜູ້ເອົາປະກັນໄພ ຊຶ່ງເກັບໄວ້ໃນຫ້ອງທີ່ລັອກຢ່າງປອດໄພ ຫຼື ແໜ້ນໜາ
  4. ເງິນໃນຕູ້ ATM ໃນສະຖານທີ່ຕ່າງໆ.

 

ການຄຸ້ມຄອງຂອງທ່ານສາມາດປັບປຸງໃຫ້ມີ:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ