ປະກັນໄພຄວາມຮັບຜິດຊອບຕໍ່ຜະລິດຕະພັນແມ່ນຫຍັງ?

ປະກັນໄພຄວາມຮັບຜິດຊອບຕໍ່ຜະລິດຕະພັນ ແມ່ນໃຫ້ການຄຸ້ມຄອງຄວາມເສຍຫາຍ ຫຼື ການບາດເຈັບທີ່ເກີດຈາກທຸລະກິດອື່ນ ຫຼື ບຸກຄົນ ເນື່ອງມາຄວາມຜິດພາດຂອງຜະລິດຕະພັນ ຫຼື ຜະລິດຕະພັນທີ່ທ່ານກໍາລັງຂາຍ. ໃນກໍລະນີທີ່ທ່ານຈຳໜ່າຍສິນຄ້າ, ສະຫນອງ ຫຼື ຈັດຫາສິນຄ້າ, ບໍ່ວ່າຈະເປັນຮູບແບບການສ້ອມແປງ ຫຼື ການບໍລິການກໍຕາມ ທ່ານອາດຈຳເປັນຕ້ອງມີການຄຸ້ມຄອງ ຕໍ່ກໍລະນີທີ່ມີການຟ້ອງຮ້ອງເນື່ອງຈາກສິນຄ້າ ກໍໃຫ້ເກີດການບາດເຈັບ ຫຼື ຄວາມເສຍຫາຍ.

 

ກຽມພ້ອມລ່ວງໜ້າສຳລັບເຫດການທີ່ບໍ່ຄາດຄິດ ແລະ ປົກປ້ອງທຸລະກິດຂອງທ່ານ ຈາກຄ່າຊົດເຊີຍທີ່ສູງເນື່ອງຈາກການຟ້ອງຮ້ອງຂອງບຸກຄົນທີ່ສາມ ຊຶ່ງເປັນຜົນມາຈາກເຫດການທີ່ສ້າງຄວາມເສຍຫາຍເຊັ່ນ: ການບາດເຈັບຂອງລູກຄ້າໃນບ່ອນເຮັດວຽກຂອງທ່ານ ຫຼື ອຸປະຕິເຫດທີ່ເກີດຈາກຜະລິດຕະພັນ/ການບໍລິການທີ່ຜິດພາດ.

ປົກປ້ອງທຸລະກິດຂອງທ່ານ ໂດຍການຂໍຄຳປຶກສາກັບຜູ້ຊ່ຽວຊານຂອງພວກເຮົາທີ່ເບີ (+856) 20 2888 5556 ຫຼື (+856) 20 5456

ຜົນປະໂຫຍດທີ່ສໍາຄັນ

ການປະກັນໄພຄວາມຮັບຜິດຊອບຕໍ່ຜະລິດຕະພັນ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈວ່າທຸລະກິດຂອງທ່ານຈະໄດ້ຮັບການປົກປ້ອງ ໃນກໍລະນີມີຄວາມຈຳເປັນທີ່ຈະຄຸ້ມຄອງຄ່າໃຊ້ຈ່າຍໃນການຊົດເຊີຍຜູ້ທີ່ໄດ້ຮັບບາດເຈັບຈາກຜະລິດຕະພັນທີ່ຜິດພາດທີ່ທຸລະກິດຂອງທ່ານເປັນຜູ້ອອກແບບ, ຜະລິດ ຫຼື ສະຫນອງ.

 

ການຄຸ້ມຄອງຂອງທ່ານສາມາດປຸບປຸງໃຫ້ມີ:

ຄ່າໃຊ້ຈ່າຍທາງດ້ານກົດໝາຍ
ເຂດແດນ ແລະ ອຳນາດສານໃນທົ່ວໂລກ
ຄວາມສ່ຽງຈາກຕ່າງປະເທດ
ການສູນເສຍທາງດ້ານການເງິນ
ຄວາມເສຍຫາຍຕໍ່ສິນຄ້າທີ່ຈັດຫາ ຫຼື ຈຳໜ່າຍ
ຄວາມຮັບຜິດຊອບຕໍ່ສັນຍາ
ສິ່ງອໍານວຍຄວາມສະດວກເຊັ່ນ:
  • ສິ່ງອຳນວຍຄວາມສະດວກໃນການຊ່ວຍເຫຼືອເບື້ອງຕົ້ນ
  • ລິບ, ຂັ້ນໄດເລື່ອນ, ເຄນຍົກເຄື່ອງ
  • ຄວາມຮັບຜິດຊອບແຍກ
  • ປ້າຍໄຟໂຄສະນາ / ປ້າຍໂຄສະນາ
  • ກິດ​ຈະ​ກໍາທາງ​ສັງ​ຄົມ / ກິ​ລາ​
  • ການຮັບປະກັນຕໍ່ຜະລິດຕະພັນ
ພວກເຮົາຄຸ້ມຄອງອຸປະຕິເຫດປະເພດໃດແດ່?

ປະກັນໄພນີ້ ໃຫ້ການຄຸ້ມຄອງຄວາມຮັບຜິດຊອບທາງກົດໝາຍຂອງທ່ານເພື່ອຈ່າຍຄ່າຊົດເຊີຍໃນກໍລະນີ:

  • ການ​ບາດ​ເຈັບ​ທາງ​ຮ່າງ​ກາຍ​, ລວມ​ທັງ​ການ​ເສຍ​ຊີ​ວິດ​ຫຼື ​ການ​ເຈັບ​ປ່ວຍ​ຂອງ​ບຸກ​ຄົນ​ທີ​ສາມ​.
  • ການ​ສູນ​ເສຍ ​ຫຼື ​ຄວາມ​ເສຍ​ຫາຍ​ຕໍ່ກັບ​ຊັບ​ສິນ​ຂອງ​ບຸກ​ຄົນ​ທີ​ສາມ​ ອັນເນື່ອງມາຈາກ​ອຸ​ປະ​ຕິ​ເຫດ ​ແລະ ​ເຫດການກ່ຽວ​ກັບ​ການ​ດໍາ​ເນີນ​ງານ​ທຸ​ລະ​ກິດ​ຂອງ​ທ່ານ​.

ປະກັນໄພດັ່ງກ່າວຍັງຄຸ້ມຄອງຄ່າທໍານຽມທາງກົດໝາຍຂອງທ່ານ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຂັ້ນຕອນການຮຽກຮ້ອງສິນທົດແທນຄືນ

ໃນກໍລະນີການຮຽກຮ້ອງສິນປະກັນໄພ, ກະລຸນາຕິດຕໍ່ສາຍດ່ວນຂອງພວກເຮົາທີ່ເບີ (856) 20 5559 8830 ແລະທີມງານສະເພາະຂອງພວກເຮົາຈະສອບຖາມແລະຊ່ວຍທ່ານແກ້ໄຂການຮຽກຮ້ອງສິນປະກັນໄພດັ່ງກ່າວ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ