ປົກປ້ອງທຸລະກິດຂອງທ່ານໄດ້ແລ້ວມື້ນີ້

ທຸລະກິດສ່ວນໃຫຍ່ແມ່ນດໍາເນີນການຈາກສຳນັກງານ - ອາຄານຫ້ອງການ, ໂຮງແຮມ, ສູນການຄ້າຫຼື ໂຮງງານ. ບໍ່ວ່າຈະເປັນຂະຫນາດໃຫຍ່ ຫຼືຂະຫນາດນ້ອຍ, ທຸລະກິດສາມາດພົບກັບຄວາມສ່ຽງແຕ່ລະປະເພດທີ່ແຕກຕ່າງກັນ ຊຶ່ງຄວາມເສຍຫາຍກໍແຕກຕ່າງກັນ.

 

ປະກັນໄພຄວາມສ່ຽງຕໍ່ຊັບສິນ ຈະປົກປ້ອງທ່ານ ແລະ ທຸລະກິດ ໃນກໍລະນີທີ່ເກີດການສູນເສຍ ຫຼື ຄວາມເສຍຫາຍຂອງຊັບສິນທີ່ບໍ່ຄາດຄິດ, ປະກັນໄພຊັບສິນຂອງ ຟໍເຕ ສາມາດຫຼຸດຜ່ອນ ການຫຼຸດລົງຂອງລາຍຮັບ ຫຼື ກໍາໄລ ທີ່ຄາດການໄວ້ ໃນເວລາທີ່ທຸລະກິດຂອງທ່ານຢຸດສະຫງັກ. 

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ປະກັນໄພຄວາມສ່ຽງຕໍ່ຊັບສິນຂອງພວກເຮົາແມ່ນໃຫ້ການຄຸ້ມຄອງດັ່ງຕໍ່ໄປນີ້:

ການສູນເສຍທາງດ້ານຮ່າງກາຍ ແລະ ອຸບັດຕິເຫດ

ການສູນເສຍທາງດ້ານຮ່າງກາຍ ແລະ ອຸບັດຕິເຫດ, ຫຼື ຄວາມເສຍຫາຍ ຕໍ່ຊັບສິນທີ່ໄດ້ຮັບການປະກັນໄພ, ຍ້ອນສາເຫດຕ່າງໆ ເວັ້ນເສຍແຕ່ຄວາມເສຍຫາຍດັ່ງກ່າວຢູ່ໃນຂໍ້ຍົກເວັ້ນຂອງສັນຍາປະກັນໄພ. ຄວາມເສຍຫາຍເຫຼົ່ານີ້ ລວມເອົາ ອັກຄີໄພ, ການລະເບີດ, ແຜ່ນດິນໄຫວ, ນ້ຳຖ້ວມ, ພາຍຸລົມ ແລະອື່ນໆ.

ການຢຸດສະຫງັກຂອງທຸລະກິດ

ການຫຍຸດສະຫງັກຂອງທຸລະກິດນີ້ ຖືເປັນການຫຼຸດລົງຂອງລາຍຮັບ ຫຼື ການສູນເສຍກໍາໄລ ໃນເວລາດຳເນີນທຸລະກິດ ຊຶ່ງຖືກຢຸດສະຫງັກໂດຍຄວາມເສຍຫາຍຂ້າງເທິງນີ້.

ຊັນສິນໃດແດ່ທີ່ສາມາດຄຸ້ມຄອງໄດ້?

ດັ່ງທີ່ກຳນົດໄວ້ໃນແຜນປະກັນໄພຊັບສິນອື່ນໆ, ພວກເຮົາໃຫ້ການຄຸ້ມຄອງສໍາລັບອາຄານ, ອຸປະກອນພາຍໃນຫ້ອງການ, ໂຮງງານ ແລະ ເຄື່ອງຈັກ ແລະ ສາງເກັບມ້ຽນສິນຄ້າ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນ​ກໍ​ລະ​ນີ​ການ​ສູນ​ເສຍ ​ຫຼື​ ຄວາມ​ເສຍ​ຫາຍ​ຈາກອຸ​ປະ​ຕິ​ເຫດ​:

 

  • ດຳເນີນການຢ່າງທັນທີ​ເພື່ອ​ຫຼຸດ​ຜ່ອນການ​ສູນ​ເສຍ ​ຫຼື​ ຄວາມ​ເສຍ​ຫາຍ​ໃຫ້​ໜ້ອຍ​ທີ່​ສຸດ ເພື່ອກູ້ຄືນ​ຊັບ​ສິນ​ທີ່​ເສຍຫາຍ.
  • ແຈ້ງ​ໃຫ້​ຕຳຫຼວດ​ຊາບ ຖ້າ​ເຫດການ​ດັ່ງກ່າວ​ເປັນ​ການ​ລັກຊັບ, ສົງໄສ​ວ່າ​ຈະ​ລັກຊັບ ຫຼື ເປັນການເຈດຕະນາສ້າງຄວາມເສຍຫາຍ.
  • ແຈ້ງການເປັນລາຍລັກອັກສອນຢ່າງທັນທີ.
  • ສະໜອງຂໍ້ມູນ ແລະ ຫຼັກຖານສະເພາະທັງໝົດເພື່ອຮຽກຮ້ອງການສູນເສຍ ຫຼື ຄວາມເສຍຫາຍພາຍໃນ 30 ວັນ.

ກະລຸນາໃຫ້ຂໍ້ມູນເພີ່ມຕື່ມຖ້າທຸລະກິດ ຫຼື ຊັບສິນຂອງທ່ານມີປະກັນໄພອື່ນໆ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ