ລົງທຶນກັບປະກັນອັກຄີໄພ ລົງທຶນເພື່ອຄວາມອຸ່ນໃຈຂອງທ່ານ.

ການລົງທຶນແບບສ່ວນຕົວ ແລະ ແບບມືອາຊີບ ເຊັ່ນ: ການລົງທຸນກັບເຮືອນ ແລະ ທຸລະກິດຂອງທ່ານ ກໍເປັນຫນຶ່ງໃນການລົງທຶນທີ່ສໍາຄັນ ທີ່ທ່ານສາມາດສ້າງໃນຊີວິດຂອງທ່ານໄດ້. ການປະກັນອັກຄີໄພ ແລະ ໄພອັນຕະລາຍອື່ນໆ ຈະປົກປ້ອງຊັບສິນ ແລະ ການລົງທຶນຂອງທ່ານ ຈາກການສູນເສຍ ຫຼື ຄວາມເສຍຫາຍ ໃນກໍລະນີທີ່ເກີດໄຟໄໝ້, ຟ້າຜ່າ, ການລະເບີດຂອງແກັສທີ່ໃຊ້ໃນການໃຫ້ແສງສະຫວ່າງ ຫຼື ໃຊ້ພາຍໃນເຮືອນ. ບໍ່ວ່າຈະເປັນອາພາດເມັນຂອງທ່ານ, ເຮືອນ ຫຼື ອາຄານຫ້ອງການ, ການຄຸ້ມຄອງອັກຄີໄພຂອງທ່ານ ແມ່ນຍັງສາມາດປົກປ້ອງເຄື່ອງໃຊ້ພາຍໃນ ເຊັ່ນ: ເຟີນີເຈີ, ອຸປະກອນຕ່າງໆ, ເຄື່ອງໃຊ້, ເຄື່ອງໃຊ້ສ່ວນຕົວ, ເຄື່ອງຈັກອຸປະກອນ ແລະ ອື່ນໆ - ພຽງແຕ່ທ່ານບອກພວກເຮົາເຖິງສິ່ງທີ່ສໍາຄັນສໍາລັບທ່ານ ພວກເຮົາຈະນໍາສະເໜີປະກັນໄພທີ່ດີທີ່ສຸດໃຫ້ທ່ານເອງ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656
ຜົນປະໂຫຍດທີ່ສໍາຄັນ

ປະກັນອັກຄີໄພ ຂອງ ຟໍເຕ ແມ່ນຊ່ວຍໃຫ້ທ່ານປົກປ້ອງເຮືອນຂອງທ່ານ - ທັງໂຄງສ້າງ ແລະ ສິ່ງທີ່ຢູ່ໃນໂຄງສ້າງ - ຕໍ່ກັບໄພອັນຕະລາຍອື່ນໆ ເຊັ່ນ: ໄຟໄໝ້, ຟ້າຜ່າ, ການລະເບີດ ແລະ ໄພອື່ນໆອີກ.ການປະກັນໄພດັ່ງກ່າວ ແມ່ນໃຫ້ການຄຸ້ມຄອງໂຄງສ້າງອາຄານ, ການປັບປຸງ, ກໍາແພງ, ປະຕູຮົ້ວ ແລະ ຮົ້ວ, ສິ່ງຂອງໃນເຮືອນ, ເຟີນີເຈີ, ອຸປະກອນທີ່ຕິດຕັ້ງແບບຖາວອນ ແລະ ອຸປະກອນເສີມ. ການປະກັນໄພດັ່ງກ່າວ ຍັງກວມເອົາສິນຄ້າຂອງຄົວເຮືອນທັງຫມົດ, ເຄື່ອງໃຊ້ສ່ວນຕົວ ແລະ ເຄື່ອງໃຊ້ຕ່າງ, ຍົກເວັ້ນເຄື່ອງປະດັບ. ປະກັນໄພຈະເຮັດໃຫ້ທ່ານໃຊ້ຊີວິດໄດ້ສະບາຍໃຈ - ໂດຍບໍ່ຕ້ອງກັງວົນ.

 

ນອກ​​ຈາກ​ການ​ຄຸ້ມຄອງອັກຄີໄພ​, ທ່ານ​ສາມາດ​ເລືອກເອົາ​ປະກັນໄພເສີມຕ່າງໆ​ຕາມ​ຄວາມ​ຕ້ອງການຂອງ​ທ່ານ​ໄດ້ດັ່ງນີ້:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ສຳລັບທຸກໆກໍລະນີຂອງການຮຽກຮ້ອງສິນທົດແທນຄືນ ກະລຸນາ:

 

  • ດໍາເນີນການທັນທີ ເພື່ອຫຼຸດຜ່ອນຄວາມເສຍຫາຍ ຫຼື ການສູນເສຍ ແລະ ແຈ້ງໃຫ້ພວກເຮົາຮັບຮູ້ເປັນລາຍລັກອັກສອນ.
  • ພາຍ​ໃນ 15 ວັນ​ຫຼັງ​ຈາກ​ການ​ສູນ​ເສຍ​ ຫຼື ​ຄວາມ​ເສຍ​ຫາຍ​, ກະລຸນາສົ່ງ​ເອ​ກະ​ສານ​ຫຼັກ​ຖານ​ທັງ​ໝົດ​ສໍາ​ລັບ​ການ​ປະ​ເມີນ​ ​ລວມ​ທັງ​ລາຍລະອຽດ​ເພີ່ມ​ເຕີມ​, ແຜນ​ການ​, ຂໍ້ມູນຈຳເພາະ​, ໃບ​ຢັ້ງ​ຢືນ​, ໃບ​ເກັບ​ເງິນ​, ຫຼັກ​ຖານ​ ແລະ ​ຂໍ້​ມູນ​ກ່ຽວ​ກັບ​ຄວາມສູນເສຍ ​ແລະ ສາເຫດຂອງການສູນເສຍ ຫຼື ຄວາມເສຍຫາຍ ລວມທັງລາຍລະອຽດປະກັນໄພອື່ນໆທັງໝົດຖ້າຫາກມີ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ