ຮັບການຄຸ້ມກັນໃນທຸກທີທຸກເວລາ

ປະກັນສຸຂະພາບ ມີດີພລັສ (Medi+) ມອບຄວາມອຸ່ນໃຈໃຫ້ຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນລາວ ເພື່ອໃຫ້ພວກເຂົາ ດຳເນີນຊີວິດຢ່າງໝັ້ນໃຈ ຜ່ານການຄຸ້ມກັນດ້ານສຸຂະພາບແບບຮອບດ້ານ ທີ່ຄຸ້ມຄອງໄດ້ທົ່ວໂລກ. ບໍ່ວ່າຈະເປັນການຄຸ້ມກັນສຳລັບຜູ້ປ່ວຍໃນ, ຜູ້ປ່ວຍນອກ, ການເຄື່ອນຍ້າຍທາງການແພດແບບສຸກເສີນ, ສຸຂະພາບຈິດ ແລະ ພະຍາດທີ່ເປັນມາກ່ອນ* .

ທ່ານສາມາດເລືອກແຜນການຄຸ້ມກັນສຳລັບຜູ້ປ່ວຍໃນພຽງຢ່າງດຽວ ຫຼື ສາມາດເສີມທາງເລືອກການຄຸ້ມກັນຜູ້ປ່ວຍນອກເຂົ້ານຳໄດ້ອີກດ້ວຍ ເພື່ອເຮັດໃຫ້ທ່ານໝົດກັງວົນໃນທຸກທີທຸກເວລາ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ປະກັນສຸຂະພາບ ມີດີພລັສ (Medi+) ໃຫ້ການຄຸ້ມກັນແບບຮອບດ້ານສໍາລັບຄ່າໃຊ້ຈ່າຍປິ່ນປົວທາງການແພດທີ່ຈໍາເປັນທັງໝົດ ລວມທັງການຄຸ້ມກັນສຳລັບຜູ້ປ່ວຍໃນ, ການຄຸ້ມກັນສຳລັບຜູ້ປ່ວຍນອກ, ການເຄື່ອນຍ້າຍທາງການແພດແບບສຸກເສີນໃນທົ່ວໂລກ, ສຸຂະພາບຈິດ ແລະ ພະຍາດທີ່ເປັນມາກ່ອນ (ສໍາລັບແຜນການປິ່ນປົວທາງເລືອກເສີມ). ປະກັນສຸຂະພາບ Medi+ ສະໜອງໃຫ້ທ່ານຄື:

ຄຸ້ມກັນແບບຮອບດ້ານດ້ວຍວົງເງິນເລີ່ມຈາກ 750,000 ໂດລາ ຈົນຮອດສູງສຸດ 2,5 ລ້ານ ໂດລາ ສະຫັດລັດຕໍ່ປີ ໂດຍບໍ່ຈຳກັດວົງເງິນຕະຫຼອດຊີວິດ
ເຂົ້າເຖິງເຄືອຂ່າຍຜູ້ໃຫ້ບໍລິການທາງການແພດຫຼາຍກວ່າ 750,000 ແຫ່ງທົ່ວໂລກ
ແຜນການຄຸ້ມກັນທີ່ສາມາດປັບແຕ່ງໄດ້ ເພື່ອຕອບສະໜອງ ຕາມຄວາມຕ້ອງການທີ່ເປັນເອກະລັກຂອງທ່ານ
ທາງເລືອກໃນການຊຳລະແບບບໍ່ຕ້ອງໃຊ້ເງິນສົດ ຢູ່ເຄືອຂ່າຍໂຮງໝໍຂອງພວກເຮົາ
ການບໍລິການທາງການແພດຕະຫຼອດ 24 ຊົ່ວໂມງ
ມີທາງເລືອກເສີມຄື ການໃຫ້ກຳເນີດບຸດ, ການກວດສຸຂະພາບ, ແຂ້ວ ແລະ ສາຍຕາ
ການຄຸ້ມກັນຂອງເຮົາ

ປະກັນສຸຂະພາບ ມີດີພລັສ (Medi+) ສາມາດປັບແຕ່ງໄດ້ ເພື່ອຕອບສະໜອງຕາມຄວາມຕ້ອງການ ແລະ ງົບປະມານຂອງທ່ານ. ທ່ານສາມາດເລືອກແຜນການຄຸ້ມກັນສຳລັບຜູ້ປ່ວຍໃນພຽງຢ່າງດຽວ ຫຼື ສາມາດເສີມທາງເລືອກການຄຸ້ມກັນຜູ້ປ່ວຍນອກເຂົ້ານຳໄດ້ອີກດ້ວຍ ເພື່ອເຮັດໃຫ້ທ່ານໝົດກັງວົນໃນທຸກທີທຸກເວລາ.

 

ສາມາດປັບແຕ່ງແຜນການຄຸ້ມກັນຂອງທ່ານ ໂດຍການເລືອກທາງເລືອກເສີມເຊັ່ນ: ການໃຫ້ກຳເນີດບຸດ, ການກວດສຸຂະພາບ, ແຂ້ວ ແລະ ສາຍຕາ


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

. ກໍລະນີທີ່ທ່ານເຂົ້າປິ່ນປົວຢູ່ໂຮງໝໍໃນເຄືອຂ່າຍ ທີ່ຮຽກເກັບເງິນໂດຍກົງກັບບໍລິສັດປະກັນໄພ, ກະລຸນາກຽມເອກະສານດັ່ງນີ້:

  • ບັດສະມາຊິກປະກັນໄພ
  • ຮູບບັດປະຈຳຕົວ/ໜັງສືຜ່ານແດນ

. ກໍລະນີທີ່ທ່ານເຂົ້າປິ່ນປົວໃນໂຮງໝໍທົ່ວໄປທີ່ບໍ່ໄດ້ຢູ່ໃນເຄືອຂ່າຍ ແລະ ບໍ່ໄດ້ຮຽກເກັບເງິນໂດຍກົງກັບບໍລິສັດປະກັນໄພ, ກະລຸນາກຽມເອກະສານດັ່ງນີ້:

  • ແບບຟອມການຮຽກຮ້ອງສິນທົດແທນຄືນ ທີ່ບໍ່ແມ່ນການຊຳລະເງິນໂດຍກົງ
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ