ຂັບຂີ່ລົດຢ່າງສະບາຍໂດຍບໍ່ມີຄວາມກັງວົນ

ດ້ວຍຄ່າໃຊ້ຈ່າຍໃນການດູແລສຸຂະພາບທີ່ເພີ່ມຂຶ້ນ, ແຜນອຸປະຕິເຫດສ່ວນຕົວຈະຜ່ອນຄາຍພາລະທາງການເງິນກັບທ່ານແລະຄອບຄົວຂອງທ່ານຖ້າທ່ານມີສ່ວນຮ່ວມໃນອຸປະຕິເຫດ. ແຜນການນີ້ປົກປ້ອງທ່ານຈາກການສູນເສຍທາງດ້ານການເງິນແລະຈ່າຍຄືນຄ່າປິ່ນປົວຂອງທ່ານຢູ່ໃນທ້ອງຖິ່ນ, ຫຼື ຢູ່ຕ່າງປະເທດ ຖ້າທ່ານຕ້ອງການການປິ່ນປົວຢູ່ຕ່າງປະເທດ.


ດ້ວຍ​ແຜນ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ສຸກ​ເສີນ ​ແລະ ​ອຸ​ປະ​ຕິ​ເຫດ​ສ່ວນ​ຕົວ​ຂອງ ຟໍເຕ, ທ່ານ​ສາ​ມາດ​ມີ​ຄວາມ​ສຸກ​ ແລະ ປົກ​ປ້ອງ​ການ​ເງິນ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ບໍ່ວ່າທ່ານຈະຢູ່ໃສໃນໂລກ, ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ທຸກເວລາ - 24 ຊົ່ວໂມງ, 7 ມື້ຕໍ່ອາທິດ. ໃນກໍລະນີສຸກເສີນ, ພວກເຮົາສາມາດຈັດລົດສຸກເສີນຢູ່ເທິງພື້ນດິນ ຫຼື ທາງອາກາດ, ເຊິ່ງເປັນວິທີທີ່ໄວທີ່ສຸດທີ່ຈະນໍາທ່ານ ຫຼື ຄົນທີ່ທ່ານຮັກໄປຫາສະຖານທີ່ທາງການແພດທີ່ໃກ້ທີ່ສຸດ ແລະ ເຫມາະສົມທີ່ສຸດ ເພື່ອໃຫ້ທ່ານມີການດູແລທີ່ທ່ານຕ້ອງການ. 

ທີມງານແກ້ໄຂເຫດສຸກເສີນຂອງ ຟໍເຕ - ເປີດບໍລິການທຸກມື້ຕະຫຼອດ 24 ຊົ່ວໂມງ

ທີມງານແກ້ໄຂເຫດສຸກເສີນ ແມ່ນ ການບໍລິການເພີ່ມເຕີມສະເພາະສຳລັບຜູ້ຊື້ປະກັນໄພຍານພາຫະນະຂອງ ຟໍເຕ ຊຶ່ງຈະໄດ້ຮັບການຊ່ວຍເຫຼືອຢ່າງທັນທີໃນລະຫວ່າງເກີດອຸປະຕິເຫດຕາມທ້ອງຖະໜົນ. ທີມງານແກ້ໄຂເຫດສຸກເສີນຂອງ ຟໍເຕ ແມ່ນກຽມພ້ອມຕະຫຼອດເວລາເພື່ອຊ່ວຍເຫຼືອລູກຄ້າໃນການປິ່ນປົວ ແລະ ເຈລະຈາໄກ່ເກັ່ຍເມື່ອເກີດມີຂໍ້ຂັດແຍ່ງທາງດ້ານການເງິນ ແລະ ກົດໝາຍທີ່ຕິດພັນກັບອຸປະຕິເຫດ. ຖ້າທ່ານເກີດອຸປະຕິເຫດ, ໂທຫາສາຍດ່ວນຂອງພວກເຮົາໄດ້ທີ່ເບີໂທລະສັບ 020 9999 8656 ແລະ 020 2234 8656 ໃນຂອບເຂດທົ່ວປະເທດ. ທີມງານແກ້ໄຂເຫດສຸກເສີນຂອງພວກເຮົາ ແມ່ນຈະໄປຮອດທ່ານພາຍໃນ 30 ນາທີ ໃນຕົວເມືອງຂອບເຂດນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ນະຄອນປາກເຊ.

 

ທີມງານແກ້ໄຂເຫດສຸກເສີນ ແມ່ນຖືກຝຶກອົບຮົມເພື່ອຮັບປະກັນວ່າ ທ່ານຈະໄດ້ຮັບການເບິ່ງແຍງດູແລ ຫຼັງຈາກເກີດອຸປະຕິເຫດ. ການບໍລິການຂອງພວກເຮົາແມ່ນກວມເອົາດັ່ງນີ້:

 

  • ການຊຳລະສິນປະກັນໄພກັບບຸກຄົນທີສາມ.
  • ລົດລາກເມື່ອລົດເປເພ (ຖ້າຕ້ອງການ)
  • ປະສານງານກັບພາກສ່ວນຕຳຫຼວດ.
  • ໃຫ້ການຊ່ວຍເຫຼືອຂັ້ນພື້ນຖານໃນກໍລະນີບາດເຈັບເລັກໜ້ອຍ.
  • ຈັດຫາອູ່ລົດເພື່ອສ້ອມແປງຍານພາຫະນະ.
  • ອະທິບາຍ ແລະ ແກ້ໄຂຄວາມກັງວົນດ້ານຄວາມປອດໄພໃຫ້ແກ່ລູກຄ້າ.

ການບໍລິການສ້ອມແປງທີ່ເຊື່ອຖືໄດ້

 

ໃນກໍລະນີເກີດອຸປະຕິເຫດ ທາງພວກເຮົາມີການຈັດກຽມແບບພິເສດກັບອູ່ສ້ອມແປງລົດໃນເຄື່ອຂ່າຍ ຊຶ່ງໃຫ້ມາດຕະຖານສູງສຸດໃນການບໍລິການສ້ອມແປງທີ່ໄດ້ປະສິດຕິຜົນ ແລະ ເຊື່ອຖືໄດ້.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ໃນປະກັນໄພຍານພາຫະນະຂອງ ຟໍເຕ, ທ່ານຈະໄດ້ຮັບ:

ປົກປ້ອງທາງດ້ານການເງິນຂອງທ່ານ

ການປະກັນໄພລົດໃຫຍ່ແມ່ນຊ່ວຍຫຼຸດພາລະດ້ານການເງິນໃຫ້ກັບໂຕທ່ານເອງ ແລະ ຄອບຄົວໃນກໍລະນີເກີດອຸປະຕິເຫດ.

ຂັບ​ລົດ​ໂດຍ​ບໍ່​ມີ​ຄວາມ​ກັງ​ວົນ​

ທ່ານຈະໄດ້ຮັບການຄຸ້ມຄອງ ຖ້າ ທ່ານຫາກມີຄວາມຮັບຜິດຊອບທາງດ້ານກົດໝາຍໃນກໍລະນີການບາດເຈັບທາງຮ່າງກາຍ ຫຼື ການເສຍຊີວິດຂອງບຸກຄົນທີ່ສາມ ຈຳນວນສູງສຸດຂື້ນກັບແຜນຂອງທ່ານເລືອກ.

ສະບາຍໃຈກັບວົງເງິນການຄຸ້ມຄອງສູງ

ຮຽກຮ້ອງສິນປະກັນໄພສູງເຖິງ 800,000,000 ສຳລັບຄວາມຮັບຜິດຊອບທາງດ້ານກົດໝາຍ ຄ່າໃຊ້ຈ່າຍໃນການດຳເນີນຄະດີແມ່ນ 350,000 LAK.

ຜົນປະໂຫຍດອື່ນໆ
  • ສ່ວນຫຼຸດເມື່ອບໍ່ເກີດເຄຣມ
  • ການບໍລິການສ້ອມແປງທີ່ເຊື່ອຖືໄດ້
  • ການແກ້ໄຂຄະດີທີ່ວ່ອງໄວ
  • ມີທີມງານແກ້ໄຂເຫດຕະຫຼອດ 24 ຊົ່ວໂມງ
ຈຸດເດັ່ນຂອງການຄຸ້ມຄອງ

ຟໍເຕ ໃຫ້ການຄຸ້ມຄອງປະກັນໄພລົດຫຼາຍຮູບແບບ ແລະ ລາຄາ. ດັ່ງນັ້ນ, ທ່ານສາມາດເລືອກເອົາການຄຸ້ມຄອງປະກັນໄພທີ່ດີທີ່ສຸດ ຊຶ່ງເໜາະສົມສຳລັບໂຕທ່ານເອງ

ການຄຸ້ມຄອງ ແລະ ວົງເງິນປະກັນໄພສຳລັບ ແຜນຄຸ້ມຄອງ EMI V2 (ລາຄາເປັນກີບ)

 

ວົງເງິນຄຸ້ມຄອງ / ຂອບເຂດຄວາມຮັບຜິດຊອບ (ລາຄາເປັນກີບ)

ການຄຸ້ມຄອງ

ແຜນ A

ແຜນ A1

ແຜນ B

ແຜນ B1

ແຜນ C

ແຜນ C1

1. ການຄຸ້ມຄອງສຳລັບບຸກຄົນທີ່ສາມ

1.1 ຄວາມ​ຮອບຜິດຊອບທາງ​ດ້ານ​ຮ່າງ​ກາຍ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

800,000,000

800,000,000

800,000,000

800,000,000

800,000,000

800,000,000

1.1.1 ກໍ​ລະ​ນີ​ເສຍ​ຊີ​ວິດ ຫຼື ພິ​ການ​ຖາ​ວອນ (ສູງ​ສຸດ​ຕໍ່​ຄົນ)

40,000,000

40,000,000

40,000,000

40,000,000

40,000,000

40,000,000

1.1.2 ຄ່າ​ປິ່ນ​ປົວ (ສູງ​ສຸດ​ຕໍ່​ຄົນ)

3,000,000

3,000,000

3,000,000

3,000,000

3,000,000

3,000,000

1.1.3 ຄ່າ​ສູ່​ຂວັນ​ກໍ​ລະ​ນີ​ໄດ້​ນອນ​ໂຮງ​ໝໍ (ສູງ​ສຸດ​ຕໍ່​ຄົນ)

300,000

300,000

300,000

300,000

300,000

300,000

1.2 ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດ​ຖຸ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

50,000,000

50,000,000

50,000,000

50,000,000

50,000,000

50,000,000

2. ການ​ປົກ​ປ້ອງ​ສິດ ແລະ ການຮຽກຮ້ອງຄ່າເສຍຫາຍ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງຄັ້ງ)

350,000

350,000

350,000

350,000

350,000

350,000

3. ການຄຸ້ມຄອງຄວາມເສຍຫາຍຂອງລົດທີ່ເອົາປະກັນໄພ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງຄັ້ງ)

3.1 ການຕຳກັນ, ຕຳສັດ ຫຼື ຄົນຍ່າງ ທີ່ສາມາດລະບຸເຖິງ ບຸກຄົນທີ່ສາມໄດ້ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

30,000,000

30,000,000

40,000,000

40,000,000

50,000,000

50,000,000

3.2 ໄຟ​ໄໝ້ ຫຼື ລົດ​ຖືກ​ລັກ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

30,000,000

30,000,000

40,000,000

40,000,000

50,000,000

50,000,000

3.3 ຄ່າໃຊ້ຈ່າຍໃນການລາກແກ່ລົດທີ່ເກີດອຸປະຕິເຫດໄປຮ້ານສ້ອມແປງທີ່ໃກ້ທີ່ສຸດ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

6,000,000

6,000,000

8,000,000

8,000,000

8,000,000

8,000,000

4. ການຄຸ້ມຄອງອຸປະຕິເຫດທາງດ້ານຮ່າງກາຍ

4.1 ກໍ​ລະ​ນີ​ເສຍ​ຊີ​ວິດ ຫຼື ພິ​ການ​ຖາ​ວອນທັງໝົດສຳລັບຜູ້ຂັບຂີ່ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

30,000,000

30,000,000

30,000,000

30,000,000

30,000,000

30,000,000

4.2 ຄ່າ​ປິ່ນ​ປົວ ສຳລັບຜູ້ຂັບຂີ່ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

3,000,000

3,000,000

3,000,000

3,000,000

3,000,000

3,000,000

4.3 ກໍ​ລະ​ນີ​ເສຍ​ຊີ​ວິດ ຫຼື ພິ​ການ​ຖາ​ວອນ ສຳລັບຜູ້ໂດຍສານ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

ບໍ່ຄຸ້ມກັນ

30,000,000

ບໍ່ຄຸ້ມກັນ

30,000,000

ບໍ່ຄຸ້ມກັນ

30,000,000

4.4 ຄ່າ​ປິ່ນ​ປົວ ສຳລັບຜູ້ໂດຍສານ (ສູງ​ສຸດ​ຕໍ່​ອຸ​ປະ​ຕິ​ເຫດ​ໜຶ່ງ​ຄັ້ງ)

  ບໍ່ຄຸ້ມກັນ

  3,000,000 

ບໍ່ຄຸ້ມກັນ

  3,000,000 

ບໍ່ຄຸ້ມກັນ

3,000,000 

ລາຄາປະກັນໄພ ສຳລັບລົດເກົາຫຼີ ທຸກຢີ່ຫໍ້ ແລະ ທຸກລຸ້ນ

1,350,000

1,530,000

1,620,000

1,800,000

2,070,000

 2,250,000

ອາ​ກອນ​ມູນ​ຄ່າ​ເພີ່ມ 10%

135,000

153,000

162,000

180,000

207,000

225,000

ຄ່າ​ຂຶ້ນ​ທະ​ບຽນ

20,000

20,000

20,000

20,000

20,000

20,000

​ລວມ

1,505,000

1,703,000

1,802,000

2,000,000

2,297,000

2,495,000

*ທ່ານສາມາດດາວໂຫລດລາຄາປະກັນໄພສຳລັບລົດຢີ່ຫໍ້ອື່ນ ແລະ ໃບປິວກ່ຽວກັບປະກັນໄພລົດໄດ້ທາງລຸ້ມນີ້.

ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ໃນ​ກໍ​ລະ​ນີ​ທີ່​ເກີດ​ອຸ​ປະ​ຕິ​ເຫດ​, ທ່ານ​ອາດ​ຈະ​ໄດ້​ຮັບ​ການ​ຮ້ອງ​ຂໍ​ໃຫ້​ສະ​ໜອງ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້​:
  • ເລກທີສັນຍາ ຫຼື ປ້າຍທະບຽນລົດຂອງທ່ານ.
  • ສະຖານທີ່ແນ່ນອນຂອງທ່ານໃນກໍລະນີເກີດອຸປະຕິເຫດ, ຄວນອ້າງອີງເຖິງອາຄານ ຫຼື ສະຖານທີ່ສຳຄັນ, ຊື່ຖະໜົນ ຫຼື ທາງແຍກ, ພ້ອມທັງເບີໂທລະສັບຂອງເຈົ້າ ຫຼື ຜູ້ຂັບຂີ່ພາຫະນະ ເພື່ອໃຫ້ທີມງານແກ້ໄຂເຫດການສຸກເສີນ ຂອງພວກເຮົາສາມາດຊອກຫາທ່ານໄດ້ງ່າຍຂຶ້ນ.
  • ໃບຂັບຂີ່ ແລະ ໃບຢັ້ງຢືນການປະກັນໄພຂອງທ່ານທີ່ຕິດກັບແວ່ນໜ້າລົດຂອງທ່ານ ເພື່ອໃຫ້ທີມງານແກ້ໄຂເຫດການສຸກເສີນຂອງພວກເຮົາ ສາມາດກວດສອບລາຍລະອຽດສັນຍາປະກັນໄພຂອງທ່ານ.

ສໍາລັບການຊ່ວຍເຫຼືອສຸກເສີນ ຕິດຕໍ່ພວກເຮົາໄດ້ຕະຫຼອດ 24 ຊົ່ວໂມງ (+856) 20 9999 8656 ແລະ (+856) 20 2234 8656.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ