ຮັບການຄຸ້ມກັນໄດ້ທຸກທີ ທຸກເວລາ

ປະກັນສຸຂະພາບ ຟິກທຣີ ບລູ (FigTree Blue) ແມ່ນທາງເລືອກທີ່ເໝາະສົມສໍາລັບການຄຸ້ມກັນໃນຂອບເຂດທົ່ວໂລກ. ບໍ່ວ່າທ່ານຈະເປັນຄົນລາວ ຫຼື ຄົນຕ່າງປະເທດທີ່ອາໄສຢູ່ໃນ ສປປ ລາວ ທີ່ກໍາລັງຊອກຫາທາງເລືອກປະກັນໄພລະຫວ່າງປະເທດທີ່ດີທີ່ສຸດ, ຟິກທຣີ ບລູ ຄືແຜນຄຸ້ມກັນທີ່ມີລາຄາເໝາະສົມ ສຳລັບທ່ານ, ຄອບຄົວ ຫຼື ພະນັກງານຂອງທ່ານ.

 

ລູກຄ້າ ຟິກທຣີ ບລູ ສາມາດເຂົ້າເຖິງບັນດາໂຮງໝໍໃນລະດັບສາກົນ, ການບໍລິການທາງການແພດ ແລະ ຜົນປະໂຫຍດເພີ່ມເຕີມອື່ນໆອີກຫຼາຍຢ່າງ. ມາປົກປ້ອງຕົວທ່ານເອງ ແລະ ຄົນທີ່ທ່ານຮັກຈາກຄ່າປິ່ນປົວ ແລະ ເຮັດໃຫ້ການປິ່ນປົວເປັນເລື່ອງງ່າຍ ດ້ວຍການປະກັນໄພທີ່ອະນຸມັດໄວ ແລະ ມີຂັ້ນຕອນທີ່ງ່າຍ ແລະ ບໍ່ຊັບຊ້ອນ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ປະກັນສຸຂະພາບ ຟິກທຣີ ບລູ (FigTree Blue) ເປັນຜະລິດຕະພັນທີ່ເໝາະສຳລັບພົນລະເມືອງລາວ ແລະ ຄົນຕ່າງປະເທດ ທີ່ອາໄສຢູ່ໃນລາວ ທີ່ກຳລັງຊອກຫາການປົກປ້ອງທີ່ລາຄາເໝາະສົມ ແລະ ເຊື່ອຖືໄດ້. ຟິກທຣີ ບລູ ໃຫ້ທ່ານສາມາດເຂົ້າເຖິງບັນດາໂຮງໝໍໃນລະດັບສາກົນ, ການບໍລິການທາງການແພດ ແລະ ຜົນປະໂຫຍດເພີ່ມເຕີມອື່ນໆອີກຫຼາຍຢ່າງ ສຳລັບຄອບຄົວ ແລະ ພະນັກງານຂອງທ່ານ. ຟິກທຣີ ບລູ ໃຫ້ຜົນປະໂຫຍດຫຼາຍຢ່າງລວມທັງ:

ການອະນຸມັດ ແລະ ການຊຳລະສິນທົດແທນທີ່ວ່ອງໄວໃນ

ຟິກທຣີ ບລູ ແມ່ນປະກັນໄພໃນປະເທດລາວ ຊຶ່ງຮັບປະກັນວ່າ ອອກສັນຍາ ແລະ ການຊຳລະສິດທົດແທນຄືນ ແມ່ນວ່ອງໄວ ແລະ ງ່າຍດາຍ

ລາຄາປະກັນໄພທີ່ເໝາະສົມ

ແຜນການຄຸ້ມກັນໃນລະດັບສາກົນ ລາຄາເລີ່ມຕົ້ນພຽງແຕ່ 0.80 ໂດລາ ສະຫະລັດ ຕໍ່ມື້

ໃຫ້ການຄຸ້ມກັນໃນທົ່ວໂລກ

ໃຫ້ການຄຸ້ມກັນໃນ​ທຸກທີທຸກ​ບ່ອນ​ທີ່​ທ່ານ​ຢູ່​ໃນ​ໂລກ​, ບໍ່​ວ່າ​ຈະ​ຢູ່​ບ່ອນ​ເຮັດ​ວຽກ​, ເຮືອນ​ ຫຼື​ ສະຖານທີ່ທ່ອງທຽວໃນວັນ​ພັກຂອງທ່ານ​ ຕະຫຼອດເວລາ 24 ຊົ່ວ​ໂມງ​ ​ແລະ 365 ມື້​ຕໍ່​ປີ​ ຕາມທີ່ທ່ານຕ້ອງ

ການເຄື່ອນຍ້າຍທາງການແພດແບບສຸກເສີນ

ຟິກທຣີ ບລູ ກວມເອົາຄ່າໃຊ້ຈ່າຍໃນການເຄື່ອນຍ້າຍ ແລະ ການສົ່ງກັບຄືນໄປຫາສະຖານທີ່ທາງການແພດທີ່ໃກ້ທີ່ສຸດ, ລວມທັງຄ່າເດີນທາງສໍາລັບການບໍລິການຊ່ວຍເຫຼືອ, ດັ່ງນັ້ນທ່ານສາມາດໄດ້ຮັບການປິ່ນປົວ ແລະ ການຊ່ວຍເຫຼືອທີ່ທ່ານຕ້ອງການ.

ແຜນການຄຸ້ມກັນສຳລັບຜູ້ປ່ວຍນອກ

ພວກເຮົາຍັງມີທາງເລືອກໃນການຄຸ້ມກັນສຳລັບຜູ້ປ່ວຍນອກ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງທ່ານ

ການເກີດລູກ

ສໍາລັບແມ່ຍິງ ພວກເຮົາຍັງມີທາງເລືອກເສີມຄື ການຄຸ້ມກັນສຳລັບການເກີດລູກ


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ທ່ານຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອບໍ່? ໂທຫາສາຍດ່ວນທາງການແພດຂອງພວກເຮົາໄດ້ຕະຫຼອດ 24 ຊົ່ວໂມງ ທີ່ເບີ (+856) 20 5559 8830 - ທີມງານຂອງພວກເຮົາກຽມພ້ອມສະເໝີທີ່ຈະໃຫ້ຄຳປຶກສາ ແລະ ຄຳແນະນຳຕາມທີ່ທ່ານຕ້ອງການ ບໍ່ວ່າຈະເປັນການເຂົ້າໂຮງຫມໍ, ການເຄຶ່ອນຍ້າຍທາງການແພດແບບສຸກເສີນທາງບົກ ຫຼື ທາງອາກາດ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ