ເລີ່ມການຜະຈົນໄພດ້ວຍຄວາມໝັ້ນໃຈ.

ການວາງແຜນການເດີນທາງ ຕ້ອງມີຄວາມຮອບຄອບ ແລະ ການກະກຽມຢ່າງດີ, ບໍ່ວ່າ ທ່ານຈະເດີນທາງເພື່ອຄວາມມ່ວນຊື່ນ ຫຼື ໄປເຮັດວຽກ, ກັບຄອບຄົວ ແລະ ໝູ່ເພື່ອນ ຫຼື ຄົນດຽວ. ປະກັນໄພການເດີນທາງ ແມ່ນ ສ່ວນຫນຶ່ງທີ່ສໍາຄັນຂອງການໄປຜະຈົນໄພທົ່ວໂລກຂອງທ່ານ. ພວກເຮົາສະໜອງການຄຸ້ມຄອງທາງດ້ານການເງິນ ໃນກໍລະນີຂອງການສູນເສຍທີ່ບໍ່ໄດ້ຄາດຄິດ ບໍ່ວ່າທ່ານຈະຢູ່ໃກ້ ຫຼື ໄກຈາກເຮືອນ, ການເດີນທາງເພື່ອທຸລະກິດ ຫຼື ການພັກຜ່ອນກໍຕາມ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ໃນປະກັນໄພການເດີນທາງ, ທ່ານສາມາດໄດ້ຮັບຄ່າຊົດເຊີຍສໍາລັບເຫດການດັ່ງຕໍ່ໄປນີ້:

ການປຸ້ນເຮືອບິນ
ຄວາມຮັບຜິດຊອບສ່ວນຕົວ
ຄວາມເສຍຫາຍ ຫຼື ສູນເສຍຕໍ່ກະເປົ໋າເດີນທາງ ແລະ ເຄື່ອງໃຊ້ສ່ວນຕົວ
ການເສຍຊີວິດໂດຍອຸປະຕິເຫດ ແລະ ຄວາມພິການຖາວອນ
ຄ່າປິ່ນປົວຢູ່ຕ່າງປະເທດ ແລະ ຄ່າໃຊ້ຈ່າຍເພີ່ມເຕີມອື່ນໆ
ຄຸ້ມຄອງຄ່າໃຊ້ຈ່າຍສຳລັບການເຄື່ອນຍ້າຍທາງການແພດສຸກເສີນຕະຫຼອດ 24 ຊົ່ວໂມງ
ທ່ານຍັງສາມາດໄດ້ຮັບ:

ແຜນຄຸ້ມຄອງ ແລະ ຄ່າທຳນຽມ


ແຜນຄຸ້ມຄອງ
ແຜນມາດຕະຖານ
ແຜນພິເສດ
ຜົນປະໂຫຍດ ແລະ ຂອບເຂດການຄຸ້ມກັນ
ໂດລາສະຫະລັດ ໂດລາສະຫະລັດ
I
ຄ່າປິ່ນປົວຢູ່ຕ່າງປະເທດ ແລະ ຄ່າໃຊ້ຈ່າຍເພີ່ມເຕີມອື່ນ
50,000 100,000
II
ຄ່າໃຊ້ຈ່າຍສຳລັບການເຄື່ອນຍ້າຍທາງການແພດສຸກເສີນຕະຫຼອດ 24 ຊົ່ວໂມງ
50,000 100,000
III
ການເສຍຊີວິດໂດຍອຸປະຕິເຫດ ແລະ ຄວາມພິການຖາວອນ
30,000 60,000
IV
ຄວາມເສຍຫາຍ ຫຼື ສູນເສຍຕໍ່ກະເປົ໋າເດີນທາງ ແລະ ເຄື່ອງໃຊ້ສ່ວນຕົວ
1,500 3,000
V
ການສູນເສຍເງິນສ່ວນຕົວ
300 600
VI
ຄວາມຮັບຜິດຊອບສ່ວນຕົວ
250,000 500,000
VII
ການສູນເສຍເງິນມັດຈຳ ແລະ ຄ່າທຳນຽນການຍົກເລີກ
3,000 6,000
VIII
ການປຸ້ນເຮືອບິນ
1,500 3,000
IX
ຖ້ຽວບິນລ່າຊ້າ
30 (ລ່າຊ້າຫຼາຍກວ່າ 2 ຊົ່ວໂມງຕິດຕໍ່ກັນ) 50 (ລ່າຊ້າຫຼາຍກວ່າ 2 ຊົ່ວໂມງຕິດຕໍ່ກັນ)
X
ກະເປົ໋າເດີນທາງມາຮອດລ່າຊ້າ
30 (ລ່າຊ້າຫຼາຍກວ່າ 6 ຊົ່ວໂມງຕິດຕໍ່ກັນ) 50 (ລ່າຊ້າຫຼາຍກວ່າ 6 ຊົ່ວໂມງຕິດຕໍ່ກັນ)
XI
ສາຍດ່ວນສຸກເສີນຕະຫຼອດ 24 ຊົ່ວໂມງ
ລວມໃນບໍລິການ ລວມໃນບໍລິການ
ຄ່າທຳນຽມປະກັນໄພ
ຂອບເຂດການຄຸ້ມກັນ
ໂດລາສະຫະລັດ ໂດລາສະຫະລັດ
ປະເທດແຖບອາຊີປາຊີຟິກ ແລະ ກຸ່ມປະເທດເຊັງເກັ້ນ
‏‏‎ ‎
ຄ່າທຳນຽມປະກັນໄພ ຕໍ່ມື້
2 4
‏‏‎ ‎
ເກີນ 60 ມື້ – ອັດຕາ ຕໍ່ ອາທິດ
10 -
‏‏‎ ‎
ຄ່າທຳນຽມປະກັນໄພຕໍ່າສຸດ
21 35
ບັນດາປະເທດຕ່າງໆທົ່ວໂລກ (ບໍ່ລວມ ປະເທດອາເມລິກາ ແລະ ແຄນນາດາ)
ຄ່າທຳນຽມປະກັນໄພ ຕໍ່ມື້
3 5
ຄ່າທຳນຽມປະກັນໄພຕໍ່າສຸດ
35 45
ປະເທດສະຫະລັດອາເມລິກາ ແລະ ແຄນນາດາ
ຄ່າທຳນຽມປະກັນໄພ ຕໍ່ມື້
3.60 6
ຄ່າທຳນຽມປະກັນໄພຕໍ່າສຸດ
42 54

ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຂໍ້ກໍານົດ ແລະ ເງື່ອນໄຂ
  • ເປັນຜູ້​ອາ​ໄສ​ຢູ່ ສປປ ລາວ
  • ບໍ່ໄດ້ຊື້ສັນຍາປະກັນນີ້ຫຼັງຈາກການເລີ່ມຕົ້ນຂອງການເດີນທາງຂອງທ່ານ
  • ການຊື້ປະກັນໄພນີ້ແມ່ນບໍ່ສາມາດຄືນເງິນໄດ້
  • ຖ້າຜູ້ໄດ້ຮັບການປະກັນໄພ ຫາກມີອາຍຸຕໍ່າກວ່າ 16 ປີ - ພໍ່ແມ່ ຫຼື ຜູ້ປົກຄອງຂອງຜູ້ສະໝັກ ຈະຕ້ອງຍິນຍອມເຫັນດີກັບຜູ້ສະໝັກໃນການເຮັດສັນຍາປະກັນໄພນີ້.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ