ໃຫ້ທ່ານຂັບຂີ່ ດ້ວຍຄວາມໝັ້ນໃຈ.

ທຸລະກິດຂອງທ່ານຕ້ອງການເວລາ ແລະ ຄວາມເອົາໃຈໃສ່ ດັ່ງນັ້ນ, ໃນຂະນະທີ່ທ່ານກຳລັງເອົາໃຈໃສ່ໃນການດໍາເນີນທຸລະກິດ ພວກເຮົາຈະຊ່ວຍຄຸ້ມຄອງຍານພາຫະນະໃນທຸລະກິດຂອງທ່ານ ເພື່ອຮັບປະກັນວ່າ ທຸລະກິດຂອງທ່ານຈະບໍ່ຢຸດສະຫງັກ.

 

ປະກັນໄພຍານພາຫະນະສຳລັບຫົວໜ່ວຍທຸລະກິດແມ່ນ ຜະລິດຕະພັນທີ່ຊ່ວຍຄຸ້ມຄອງຍານພາຫະນະຂອງພາກທຸລະກິດເຊັ່ນ: ລົດທົ່ວໄປ, ລົດບັນທຸກ ແລະ ລົດຕູ້. ປະກັນໄພດັ່ງກ່າວຈະຊ່ວຍປົກປ້ອງການລົງທຶນຂອງທ່ານໃນກໍລະນີເກີດອຸປະຕິເຫດ, ການລັກ ຫຼື ອັກຄີໄພ.

 

ຍານພາຫະນະປະເພດໃດແດ່ທີ່ສາມາດຄຸ້ມຄອງໄດ້?

  1. ລົດທົ່ວໄປ
  2. ລົດຈັກ
  3. ລົດຕູ້
  4. ລົດກະບະ
  5. ລົດບັນທຸກ
  6. ລົດບັນທຸກບໍລິການ
  7. ລົດບັນທຸກອາຫານ

RED Team (ເຣສ ທີມ) ສາຍດ່ວນທີມງານແກ້ໄຂອຸປະຕິເຫດບໍລິການຕະຫຼອດ 24 ຊົ່ວໂມງ

RED Team (ເຣສ ທີມ) ທີມງານແກ້ໄຂອຸປະຕິເຫດ ແມ່ນ ການບໍລິການເສີມແບບສະເພາະສຳລັບຜູ້ຊື້ປະກັນໄພຍານພາຫະນະຂອງ ຟໍເຕ ເຊິ່ງຈະບໍລິການໃຫ້ຄວາມຊ່ວຍເຫຼືອຢ່າງທັນທີໃນລະຫວ່າງເກີດອຸປະຕິເຫດຕາມທ້ອງຖະໜົນ. ທີມງານແກ້ໄຂອຸປະຕິເຫດ RED Team ໄດ້ກຽມພ້ອມຕະຫຼອດເວລາເພື່ອຊ່ວຍເຫຼືອລູກຄ້າໃນການປິ່ນປົວ ແລະ ເຈລະຈາໄກ່ເກັ່ຍ ເມື່ອເກີດມີຂໍ້ຂັດແຍ່ງທາງດ້ານການເງິນ ແລະ ກົດໝາຍທີ່ຕິດພັນກັບອຸປະຕິເຫດ. ຖ້າທ່ານເກີດອຸປະຕິເຫດ, ໂທຫາສາຍດ່ວນຂອງພວກເຮົາໄດ້ທີ່ເບີ 020 9999 8656 ຫຼື 020 2234 8656 ໃນຂອບເຂດທົ່ວປະເທດ. ທີມງານແກ້ໄຂອຸປະຕິເຫດ ຈະໄປຮອດສະຖານທີເກີດເຫດພາຍໃນ 30 ນາທີ ໃນຂອບເຂດຕົວເມຶອງ ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ນະຄອນຈຳປາສັກ.

 

ທີມງານແກ້ໄຂເຫດສຸກເສີນ ແມ່ນຖືກຝຶກອົບຮົມເພື່ອຮັບປະກັນວ່າ ທ່ານຈະໄດ້ຮັບການເບິ່ງແຍດູແລ ຫຼັງຈາກເກີດອຸປະຕິເຫດ. ການບໍລິການຂອງພວກເຮົາແມ່ນກວມເອົາດັ່ງນີ້:

  • ການຊຳລະສິນທົດແທນຄືນໃຫ້ກັບບຸກຄົນທີສາມ.
  • ລົດລາກເມື່ອລົດເປເພ (ຖ້າຕ້ອງການ)
  • ປະສານງານກັບພາກສ່ວນຕຳຫຼວດ.
  • ໃຫ້ການຊ່ວຍເຫຼືອຂັ້ນພື້ນຖານໃນກໍລະນີບາດເຈັບເລັກໜ້ອຍ.
  • ຈັດຫາເພື່ອສ້ອບແປງຍານພາຫະນະ.
  • ແກ້ໄຂຄວາມກັງວົນດ້ານຄວາມປອດໄພໃຫ້ແກ່ລູກຄ້າ.
ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ສ່ວນຫຼຸດເມື່ອບໍ່ເກີດເຄຣມ
ການບໍລິການສ້ອມແປງທີ່ເຊື່ອຖືໄດ້
ຄຸ້ມຄອງແວ່ນໜ້າລົດ
ທີມງານແກ້ໄຂອຸປະຕິເຫດບໍລິການຕະຫຼອດ 24 ຊົ່ວໂມງ


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນ​ກໍ​ລະ​ນີ​ທີ່​ເກີດ​ອຸ​ປະ​ຕິ​ເຫດ​, ທ່ານ​ອາດ​ຈະ​ໄດ້​ຮັບ​ການ​ຮ້ອງ​ຂໍ​ໃຫ້​ສະ​ຫນອງ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້​:

  • ເລກທີສັນຍາ ຫຼື ປ້າຍທະບຽນລົດຂອງທ່ານ.
  • ສະຖານທີ່ແນ່ນອນຂອງທ່ານໃນກໍລະນີເກີດອຸປະຕິເຫດ, ຄວນອ້າງອີງເຖິງອາຄານ ຫຼື ສະຖານທີ່ສຳຄັນ, ຊື່ຖະໜົນ ຫຼື ທາງແຍກ, ພ້ອມທັງເບີໂທລະສັບຂອງເຈົ້າຂອງລົດ ຫຼື ຜູ້ຂັບຂີ່ ເພື່ອໃຫ້ທີມງານແກ້ໄຂເຫດການສຸກເສີນ ຂອງພວກເຮົາສາມາດຊອກຫາທ່ານໄດ້ງ່າຍຂຶ້ນ.
  • ໃບຂັບຂີ່ ແລະ ໃບຢັ້ງຢືນການປະກັນໄພຂອງທ່ານຕິດກັບແວ່ນໜ້າລົດຂອງທ່ານ ເພື່ອໃຫ້ທີມງານແກ້ໄຂເຫດການສຸກເສີນຂອງພວກເຮົາ ສາມາດກວດສອບລາຍລະອຽດການຄຸ້ມກັນໃນສັນຍາປະກັນໄພຂອງທ່ານ.

ສຳລັບຂໍ້ມູນເພີ່ມເຕີມ ຕິດຕໍ່ພວກເຮົາໄດ້ທີ່ເບີ (+856) 20 9999 8656  ຫຼື (+856) 20 2234 8656 ຫຼື ຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ info@fortelaos.com.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ