ເລີ່ມປົກປ້ອງທຸລະກິດຂອງທ່ານຕັ້ງແຕ່ມື້ນີ້

ການກະທຳທີ່ບໍ່ຊື່ສັດໃນບ່ອນເຮັດວຽກເພື່ອຜົນປະໂຫຍດສ່ວນຕົວ ແມ່ນຄວາມສ່ຽງທີ່ທຸລະກິດທັງໝົດຕ້ອງປະເຊີນ, ເຊິ່ງອາດເຮັດໃຫ້ສູນເສຍເງິນສົດ, ສິນຄ້າ ຫຼື ຊັບສິນອື່ນໆ. ເຖິງແມ່ນວ່າບໍລິສັດສ່ວນໃຫຍ່ໃຊ້ມາດຕະການທີ່ພຽງພໍ ເພື່ອໃຫ້ແນ່ໃຈວ່າພວກເຂົາໄດ້ຈັດຫາຊັບພະຍາກອນມະນຸດທີ່ມີຄວາມສາມາດດີທີ່ສຸດ ແຕ່ການເກີດຂໍ້ພິດພາດສາມາດເກີດຂຶ້ນໄດ້ ແລະ ພະນັກງານທີ່ທ່ານໄວ້ວາງໃຈອາດຈະກາຍເປັນຄົນທີ່ສ້າງຄວາມເສຍຫາຍໃຫ້ແກ່ທຸລະກິດຂອງທ່ານຜ່ານການສໍ້ໂກງຕ່າງໆ.


ດ້ວຍການຂະຫຍາຍຕົວແລະຄວາມກ້າວຫນ້າຂອງເຕັກໂນໂລຢີໃນການນໍາໃຊ້ຂໍ້ມູນອີເລັກໂທຣນິກແລະກົນໄກການໂອນຊັບສິນ ບໍລິສັດທີ່ຈັດການກັບເງິນສົດ, ສິນຄ້າ ຫຼື ຊັບສິນຕ່າງໆໃນປະຈໍາວັນ ກໍກໍາລັງປະເຊີນກັບການສູນເສຍທາງດ້ານການເງິນຢ່າງຫຼວງຫຼາຍຈາກການສໍ້ໂກງ ຫຼື ຄວາມບໍ່ຊື່ສັດຂອງພະນັກງານຂອງຕົນເອງ.


ປົກປ້ອງທຸລະກິດຂອງທ່ານຈະຄວາມສ່ຽງດັ່ງກ່າວ ດ້ວຍປະກັນໄພຈາກ ຟໍເຕ ເຊິ່ງຈະໃຫ້ການຄຸ້ມຄອງທີ່ສາມາດປັບແຕ່ງໄດ້ຕາມຄວາມຕ້ອງການຂອງທ່ານ ເລີ່ມຕັ້ງແຕ່ການຄຸ້ມຄອງແບບສ່ວນບຸກຄົນ ໄປຈົນເຖິງການຄຸ້ມຄອງຕາມຕຳແໜ່ງຕ່າງໆ.

ປົກປ້ອງທຸລະກິດຂອງທ່ານ ໂດຍການຂໍຄຳປຶກສາກັບຜູ້ຊ່ຽວຊານຂອງພວກເຮົາທີ່ເບີ (+856) 20 2888 5556 ຫຼື (+856) 20 5456
ພວກເຮົາກວມເອົາອຸປະຕິເຫດປະເພດໃດແດ່?

ປະກັນໄພການຮັບປະກັນຄວາມຊື່ສັດ ຄຸ້ມຄອງທ່ານຕໍ່ກັບການສູນເສຍອັນເນື່ອງມາຈາກການກະທໍາຂອງພະນັກງານຂອງທ່ານ ທີ່ໄດ້ກະທຳເພື່ອຜົນປະໂຫຍດທາງດ້ານການເງິນສ່ວນບຸກຄົນທີ່ບໍ່ເຫມາະສົມ ໂດຍຈະຈ່າຍໃຫ້ບໍ່ເກີນຈຳນວນເງິນປະກັນທີ່ໄດ້ເຮັດໄວ້ສຳລັບພະນັກງານແຕ່ລະຄົນ ເຊິ່ງທ່ານສາມາດປັບແຕ່ງໄດ້ຕາມນີ້:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຂັ້ນຕອນການຮຽກຮ້ອງສິນທົດແທນຄືນ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ (+856) 20 2888 5556 ຫຼື (+856) 20 5456 8656 ຫຼື info@fortelaos.com

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ