ປະກັນໄພຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກແມ່ນຫຍັງ?

ປະກັນໄພຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກ ແມ່ນຈະຄຸ້ມຄອງທ່ານຈາກການຊົດເຊີຍຄ່າເສຍຫາຍຂອງບຸກຄົນທີສາມ ຊຶ່ງອາດຈະເກີດຂຶ້ນໃນລະຫວ່າງການດໍາເນີນທຸລະກິດຂອງທ່ານ ໃນໄລຍະການປະກັນໄພ ແລະ ໃນຂອບເຂດທີ່ຄຸ້ມຄອງ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ປະກັນໄພຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກຂອງ ຟໍເຕ ຈະເຮັດໃຫ້ທ່ານມີຄວາມຫມັ້ນໃຈວ່າ ທຸລະກິດຂອງທ່ານໄດ້ຮັບການປົກປ້ອງໃນກໍລະນີທີ່ເກີດຄວາມເສຍຫາຍເຊັ່ນ: ການບາດເຈັບ ແລະ ຄວາມເສຍຫາຍຕໍ່ຊັບສິນ ເຊິ່ງເປັນສາເຫດໃຫ້ເກີດການຮຽກຮ້ອງຈາກບຸກຄົນທີ່ສາມທີ່ມີຄ່າໃຊ້ຈ່າຍສູງ.

 

ການຄຸ້ມຄອງຂອງທ່ານສາມາດປັບແຕ່ງໃຫ້ປະກອບມີ:

ຄ່າໃຊ້ຈ່າຍທາງດ້ານກົດໝາຍ
ເຂດແດນ ແລະ ອຳນາດສານໃນທົ່ວໂລກ
ຄວາມຮັບຜິດຊອບຂອງຜູ້ເຊົ່າ
ການຢ້ຽມຢາມຕ່າງປະເທດຊົ່ວຄາວ
ສິ່ງອໍານວຍຄວາມສະດວກເຊັ່ນ:
  • ບ່ອນຈອດລົດ
  • ສິ່ງອຳນວຍຄວາມສະດວກໃນການຊ່ວຍເຫຼືອເບື້ອງຕົ້ນ
  • ລິບ, ຂັ້ນໄດເລື່ອນ, ເຄນຍົກເຄື່ອງ
  • ຄວາມຮັບຜິດຊອບແຍກ
  • ການຕິດຕັ້ງເຄື່ອງສຸຂະພັນທີ່ບໍ່ຖືກຕ້ອງ
  • ຄວາມຮັບຜິດຊອບຕໍ່ຊັບສິນສ່ວນຕົວຂອງພະນັກງານ
  • ປ້າຍໄຟໂຄສະນາ / ປ້າຍໂຄສະນາ
  • ກິດ​ຈະ​ກໍາທາງ​ສັງ​ຄົມ / ກິ​ລາ​
  • ສະລອຍນ້ຳ
ພວກເຮົາຄຸ້ມຄອງອຸປະຕິເຫດປະເພດໃດແດ່?

ປະກັນໄພນີ້ ໃຫ້ການຄຸ້ມຄອງຄວາມຮັບຜິດຊອບທາງກົດໝາຍຂອງທ່ານເພື່ອຈ່າຍຄ່າຊົດເຊີຍໃນກໍລະນີ:

  • ການ​ບາດ​ເຈັບ​ທາງ​ຮ່າງ​ກາຍ​, ລວມ​ທັງ​ການ​ເສຍ​ຊີ​ວິດ​ຫຼື ​ການ​ເຈັບ​ປ່ວຍ​ຂອງ​ບຸກ​ຄົນ​ທີ​ສາມ​.
  • ການ​ສູນ​ເສຍ ​ຫຼື ​ຄວາມ​ເສຍ​ຫາຍ​ຕໍ່ກັບ​ຊັບ​ສິນ​ຂອງ​ບຸກ​ຄົນ​ທີ​ສາມ​ ອັນເນື່ອງມາຈາກ​ອຸ​ປະ​ຕິ​ເຫດ ​ແລະ ​ເຫດການກ່ຽວ​ກັບ​ການ​ດໍາ​ເນີນ​ງານ​ທຸ​ລະ​ກິດ​ຂອງ​ທ່ານ​.

ປະກັນໄພດັ່ງກ່າວຍັງຄຸ້ມຄອງຄ່າທໍານຽມທາງກົດໝາຍຂອງທ່ານ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນກໍລະນີການຮຽກຮ້ອງສິນປະກັນໄພ, ກະລຸນາຕິດຕໍ່ສາຍດ່ວນຂອງພວກເຮົາທີ່ເບີ (+856) 20 5559 8830 ແລະ ທີມງານສະເພາະຂອງພວກເຮົາຈະສອບຖາມ ແລະ ຊ່ວຍທ່ານແກ້ໄຂການຮຽກຮ້ອງສິນປະກັນໄພດັ່ງກ່າວ.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ