ໃຫ້ທ່ານໄດ້ຮັບການປົກປ້ອງໃນທຸກບ່ອນ ແລະ ທຸກເວລາ.

ການປະກັນໄພອຸປະຕິເຫດສ່ວນບຸກຄົນ ລາຄາທີ່ຄຸ້ມຄ່າກັບຄວາມສະບາຍໃຈຂອງທ່ານ.

 

ຟໍເຕ ເຂົ້າໃຈວ່າ ບໍ່ມີສິ່ງໃດສາມາດທົດແທນການສູນເສຍຂອງທ່ານ ແລະ ຄອບຄົວຂອງທ່ານ ທີ່ມີສາເຫດມາຈາກອຸປະຕິເຫດໂດຍບໍ່ຄາດຄິດ ບໍ່ວ່າຈະເປັນ ການສູນເສຍຊີວິດ, ການບາດເຈັບ ຫຼື ການພິການຖາວອນ. ດ້ວຍຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ຄ່າໃຊ້ຈ່າຍໃນການດູແລສຸຂະພາບທີ່ຕ້ອງເພີ່ມຂຶ້ນ, ແຜນປະກັນໄພອຸປະຕິເຫດສ່ວນຕົວ ຈະຊ່ວຍຫຼຸດຜ່ອນ ພາລະທາງການເງິນໃຫ້ກັບທ່ານ ແລະ ຄອບຄົວຂອງທ່ານ ຫາກທ່ານເກີດອຸປະຕິເຫດ. ແຜນການປະກັນໄພນີ້ ຈະປົກປ້ອງທ່ານຈາກການສູນເສຍທີ່ເກີດຂຶ້ນ ເນື່ອງຈາກມີຄ່າໃຊ້ຈ່າຍໃນການປິ່ນປົວທີ່ບໍ່ຄາດຄິດ ຫຼື ຍ້ອນບໍ່ສາມາດເຮັດວຽກໄດ້. ແຜນການປະກັນໄພນີ້ ແມ່ນຈະຮັບປະກັນວ່າ ທ່ານຈະສາມາດດຳລົງຊີວິດດ້ວຍເງິນຊົດເຊີຍໃນກໍລະນີຂອງອຸປະຕິເຫດ ພ້ອມທັງການຄຸ້ມຄອງຄ່າໃຊ້ຈ່າຍການປິ່ນປົວທີ່ເກີດຂຶ້ນ.

 

ຕາມແຜນການປະກັນໄພອຸປະຕິເຫດສ່ວນບຸກຄົນຂອງ ຟໍເຕ, ທ່ານສາມາດມີຄວາມສຸກສະບາຍໃຈ ແລະ ປົກປ້ອງການເງິນຂອງຄອບຄົວທ່ານ. ບໍ່​ວ່າ​ຈະ​ມີ​ອຸ​ປະ​ຕິ​ເຫດ​ເກີດ​ຂຶ້ນ​ຢູ່ໃນ​ບ່ອນ​ເຮັດ​ວຽກ​, ຢູ່​ເຮືອນ ​ຫຼື ​ໃນ​ຂະນະທີ່​ເດີນ​ທາງ​, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໄດ້​ທຸກ​ມື້ຕະຫຼອດ 24 ຊົ່ວ​ໂມງ​.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ທ່ານຈະໄດ້ຮັບການຄຸ້ມຄອງທຸກມື້ຕະຫຼອດ 24 ຊົ່ວໂມງ, ເປັນການປະກັນໄພຄຸ້ມຄອງຮອບດ້ານສໍາລັບການບາດເຈັບທາງຮ່າງກາຍໂດຍມີສາເຫດມາຈາກອຸປະຕິເຫດ ໃນເວລາເຮັດທຸລະກິດ ຫຼື ພັກຜ່ອນ ແລະ ທ່ານຈະໄດ້ຮັບການຄຸ້ມຄອງບໍ່ວ່າຈະຢູ່ໃນບ່ອນເຮັດວຽກ ຫຼື ນອກບ່ອນເຮັດວຽກ, ພັກຢູ່ເຮືອນ ຫຼື ກຳລັງເດີນທາງ.

 

ນອກນັ້ນທ່ານຍັງສາມາດເພີ່ມການຄຸ້ມຄອງເພີ່ມເຕີມ ຕາມຄວາມຕ້ອງການຂອງທ່ານດັ່ງໄດ້ດັ່ງນີ້.

ຄ່າປິ່ນປົວ

ຄ່າໃຊ້ຈ່າຍປິ່ນປົວ ແລະ ຄ່າໃຊ້ຈ່າຍໃນການຜ່າຕັດທີ່ຈຳເປັນ ແມ່ນເກີດຂຶ້ນຍ້ອນອຸປະຕິເຫດຂຶ້ນກັບແຜນການປິ່ນປົວທີ່ທ່ານເລືອກ.

ເງິນອຸດໜູນປະຈຳວັນ

ເງິນອຸດໜູນຄົນພິການຊົ່ວຄາວທັງໝົດປະຈໍາວັນ - ເງິນອຸດໜູນປະຈຳວັນ ພາຍໃນໄລຍະເວລາບໍ່ເກີນ 360 ວັນ, ເລີ່ມນັບຈາກວັນທີ 6 ຂອງມື້ເກີດອຸປະຕິເຫດ.

 

  1. ໃນຂະນະທີ່ຜູ້ໄດ້ເອົາປະກັນນອນຢູ່ໃນໂຮງໝໍ.
  2. ໃນຂະນະທີ່ຜູ້ໄດ້ເອົາປະກັນພັກຮັກສາໂຕ ແຕ່ບໍ່ໄດ້ເຂົ້ານອນໃນໂຮງໝໍ ແລະ ບໍ່ສາມາດໄປເຮັດອາຊີບປົກກະຕິໄດ້.
ຜູ້ໃດສາມາດໄດ້ຮັບການປະກັນໄພແດ່?


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ